• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ຮຽກຮ້ອງຊຸກຍູ້ການເຊື່ອມໂຍງປະຊາຄົມ ອາຊຽນ ໃນສະພາບປົກກະຕິໃໝ່

      ວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ເນັ້ນໜັກເຖິງເລື່ອງຊຸກຍູ້ການເຊື່ອມໂຍງປະຊາຄົມ ອາຊຽນ ໃນສະພາບປົກກະຕິໃໝ່ວ່າ ແມ່ນໜ້າທີ່ທີ່ຈຳເປັນເພື່ອສ້າງກຳລັງແຮງອັນໃຫຍ່ຫຼວງ ເພື່ອນຳອາຊຽນ ກາຍເປັນພາກພື້ນທີ່ມີຄວາມຍືນຍົງ ແລະ ມີລັກສະນະແກ້ງແຍ້ງ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen (ພາບ: AFP/TTXVN)
      ກ່າວຄຳເຫັນໄຂກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ອາຊຽນຄັ້ງທີ 27 ແລະ ກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງໄດ້ຈັດຂຶ້ນແບບທາງໄກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຖືວ່າ ໄປຄຽງຄູ່ກັບການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ພັດທະນາຍຸດທະສາດ ເພື່ອແນໃສ່ຟື້ນຟູ ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດ, ໂລກ ພວມປະເຊີນໜ້າກັບຫຼາຍບັນຫາລວມຄື: ພູມສາດການເມືອງ, ສົງຄາມການຄ້າ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານຊີ້ແຈ້ງວ່າແກ້ໄຂບັນຫາທັງໝົດນີ້ແມ່ນ ເພື່ອຜົນປະໂຫຍດ ແລະ ຄວາມວັດທະນາຖາວອນຂອງ ອາຊຽນ, ກຳປູເຈຍ ຖືວ່າ ອາຊຽນ ຄວນປະຕິບັດຕາມຫຼັກການຫຼາຍຝ່າຍ ແລະ ມີຄວາມສາມັກຄີ.
(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top