• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົ​ນ​ທະ​ນາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ສິງ​ກະ​ໂປ​ຄັ້ງ​ທີ 14

ສອງຝ່າຍກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການຫັນເປັນດີຈີຕອນ, ເສນາຮັກ, ອຸດສາຫະກຳປ້ອງກັນຊາດ, ນິຕິກຳ.
ການໂອ້ລົມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປຄັ້ງທີ 14 (ພາບ: TTXVN)

ຕອນບ່າຍວັນທີ 5 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Chan Heng Kee, ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ ເປັນປະທານຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປຄັ້ງທີ 14. ການໂອ້ລົມສົນທະນາຄັ້ງນີ້ເພື່ອແນໃສ່ຕີລາຄາຄືນໃໝ່ໝາກຜົນໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ນັບແຕ່ການໂອ້ລົມສົນທະນາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ສິງກະໂປ ຄັ້ງທີ 13 (ເດືອນພະຈິກ ປີ 2022), ແລກປ່ຽນ ແລະ ເປັນເອກະພາບການກຳນົດທິດແມ່ນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສຸມໃສ່ເຂົ້າບັນດາຂົງເຂດຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ສືບຕໍ່ປະຕິບັດສຳເລັດຂອບເຂດ, ກົນໄກຮ່ວມມື, ຍູ້ແຮງການຮ່ວມມືດ້ານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືລະຫວ່າງກຳລັງກອງທັບເຮືອ, ກອງທັບອາກາດສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການຫັນເປັນດີຈີຕອນ, ເສນາຮັກ, ອຸດສາຫະກຳປ້ອງກັນຊາດ, ນິຕິກຳ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ ໂດຍ ອາຊຽນນຳໜ້າ, ຜ່ານນັ້ນກໍ່ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ບົດບາດເປັນໃຈກາງຂອງ ອາຊຽນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top