ຂ່າວສານ
ການເລືອກຕັ້ງວັນທີ 15 ມີນາ ແມ່ນການເຕົ້າໂຮມເຈດຈຳນົງຂອງພັກ, ນ້ຳໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາຂອງປະເທດຊາດ
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເນັ້ນໜັ້ກວ່າ ການເລືອກຕັ້ງໃນວັນທີ 15 ມີນາ 2026 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ກາຍເປັນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງຢ່າງແທ້ຈິ, ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນ ໂດຍຫາງສຽງພາຍໃນ ແລະ ຕ່າງປະເທດຕີລາຄາສູງ:
ນີ້ແມ່ນຂີດໝາຍສຳຄັນໃນວິວັດການພັດທະນາຂອງປະເທດຫວຽດນາມ, ເຊິ່ງພວມຍູ້ແຮງການສ້າງແຫ່ງກົດໝາຍ ສັງຄົມນິຍົມຢ່າງແທ້ຈິງຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງກົງຈັກ, ເຄື່ອນໄຫວຮູບແບບ ອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ປັນຍາປະດິດ ເຂົ້າທຸກດ້ານຂອງຊີວິດສັງຄົມຢ່າງແຮງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ການເລືອກຕັ້ງໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍສຳຄັນທີ່ສຸດນັ້ນແມ່ນ: ເຕົ້າໂຮມເຈດຈຳນົງຂອງພັກ, ນ້ຳໃຈຂອງປະຊາຊົນ ແລະ ຄວາມຄາດຫວັງພັດທະນາປະເທດຊາດ. ທ່ານເນັ້ນໜັກວ່າ:
ສຸດທ້າຍບົດຮຽນໃຫຍ່ທີ່ສຸດແມ່ນຜົນສຳເລັດຂອງການເລືອກຕັ້ງ ພຽງແຕ່ສຳເລັດເມື່ອໄດ້ຫັນການເຄື່ອນໄຫວຂອງອາຍຸການໃໝ່ຢ່າງມີປະສິດທິຜົນ. ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງບໍ່ຢຸດຢູ່ວັນເລືອກຕັ້ງເທົ່ານັ້ນ, ບັດເລືອກຕັ້ງນັ້ນຕ້ອງສືບຕໍ່ດ້ວຍຄຸນນະພາບໃນການສ້າງກົດໝາຍ, ດ້ວຍປະສິດທິຜົນຂອງການຕິດຕາມກວດກາ, ດ້ວຍນະໂຍບາຍຊີ້ຂາດອັນຖືກຕ້ອງ, ທັນການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາປະເທດຊາດໃນໄລຍະໃໝ່.








