• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າດີ​ພໍ​ສົມ​ຄວນ

ວັນທີ 14 ມັງກອນ, ໂຄສົກກະຊວງການຕ່າງປະເທດ ກາຕາ Majed Al Ansari ຢັ້ງຢືນວ່າບັນດາການເຈລະຈາຂັ້ນສູງກ່ຽວກັບການຊຸກຍູ້ການຢຸດຍິງຢູ່ເຂດ ກາຊາ ທີ່ດຳເນີນຢູ່ ໂດໂຮ (ກາຕາ) ໄດ້ຮອດຂັ້ນຕອນສຸດທ້າຍ.
ສະພາບການຢູ່ Deir al-Balah, ເຂດ Gaza, ວັນທີ 8/1/2025 (ພາບ: THX/TTXVN)

ເມື່ອກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວປະຈຳອາທິດ, ທ່ານ Majed Al Ansari ໃຫ້ຮູ້ວ່າ ບັນດາສິ່ງກີດຂວາງສຳລັບຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ຂະບວນການອິດສະລາມ ຮາມາດສ ກ່ຽວກັບຄຳສັ່ງຢຸດຍິງ ແລະ ແລກປ່ຽນຕົວປະກັນໄດ້ແກ້ໄຂໃນສອງ - ສາມອາທິດຜ່ານມາ. ດັ່ງນັ້ນ, ອາດເວົ້າໄດ້ວ່າ ບັນດາຝ່າຍເຂົ້າຮ່ວມການເຈລະຈາພວມກ້າວເຂົ້າສູ່ໄລຍະທີ່ມີຄວາມຄືບໜ້າ, ຊ້ຳບໍ່ໜຳກໍອາດຈະແມ່ນໄລຍະສຸດທ້າຍ ແລະ “ນີ້ແມ່ນຈຸດເວລາໃກ້ສຸດເພື່ອບັນລຸໄດ້ຂໍ້ຕົກລົງ” ພາຍຫຼັງບັນດາຄວາມມານະພະຍາຍາມໃນຊຸມເດືອນຜ່ານມາ. ກາຕາ ໄດ້ສົ່ງຮ່າງຂໍ້ຕົກລົງທີ່ເໝາະສົມໃຫ້ທັງ ຮາມາດສ ແລະ ອິດສະຣາແອັນ.

ທ່ານ Majed Al Ansari ສະແດງຄວາມເຊື່ອໝັ້ນວ່າ ການປະຕິບັດຄຳສັ່ງຢຸດຍິງ ຈະດຳເນີນ “ໃນທັນທີ” ພາຍຫຼັງບັນລຸໄດ້ຂໍ້ຕົກລົງ. ປັດຈຸບັນ, ຍັງບໍ່ທັນຮູ້ວັນເວລາລະອຽດ ແຕ່ບັນດາຄວາມມານະພະຍາຍາມພວມໄດ້ດຳເນີນເພື່ອສຳເລັດຂໍ້ຕົກລົງ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top