• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້ ປ​ຊ​ຊ ຢູ່​ແຂ​ວງ ລ້າງ​ເຊີນ

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ 200 ພູດ ໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ 200 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງລ້າງເຊີນ ຢູ່ລາຍການ “ບຸນເຕັດແຫ່ງຄວາມເຕົ້າໂຮມກັນ-ລະດູບານໃໝ່ແຫ່ງຄວາມແບ່ງປັນ” ປີ 2024.
(ພາບ: quochoi.vn)

ຕອນເຊົ້າວັນທີ 26 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມເມຕາ”-ລະດູບານໃຫ່ມປີມະໂລງ 2024 ຢູ່ເທດສະບານເມືອງ ວັນກວານ, ເມືອງ ວັນກວານ, ແຂວງ ລ້າງເຊີນ.   

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງຜູ້ທີ່ມີຄຸນງາມຄວາມດີ, ເປົ້າໝາຍນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ, ຊີ້ນຳປະຕິບັດບັນດານະໂຍບາຍຊີວິດສັງຄົມໃຫ້ເປັນຢ່າງດີ ດ້ວຍທິດນຳ “ບໍ່ໃຫ້ໃຜຖືກປະຢູ່ເບື້ອງຫຼັງ”.

ໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນ 12 ພູດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍທີ່ເຂົ້າຮ່ວມ ລາຍການ “ບຸນເຕັດແຫ່ງຄວາມເມຕາ”.

ແລະ ກໍ່ໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ 200 ພູດ ໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານ 200 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງລ້າງເຊີນ ຢູ່ລາຍການ “ບຸນເຕັດແຫ່ງຄວາມເຕົ້າໂຮມກັນ-ລະດູບານໃໝ່ແຫ່ງຄວາມແບ່ງປັນ” ປີ 2024.

 

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top