• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພ​ົວ​ພັນ ຫວຽດ​ນາມ ກຳ​ປູ​ເຈຍ

ທີ່​ການ​ເຈ​ລະ​ຈາ, ​ປະ​ທານ​ສະ​ພາ​ແຫ່ງ​ຊາດທັງ​ສອງ ໄດ້​ຢັ້ງ​ຢືນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັ​ງ​ເໝິນ ໄດ້​ເຈ​ລະ​ຈາ​ກັບ​ທ່ານນາງ Samdech Khuon Sudary ​ປະ​ທານ​ສະ​ພາແຫ່ງ​ຊາດ ລາ​ຊະ​ອ​າ​ນາ​ຈັກ ກຳ​ປູ​ເຈຍ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 28 ກໍ​ລະ​ກົດ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັ​ງ​ເໝິນ ໄດ້​ເຈ​ລະ​ຈາ​ກັບ​ທ່ານນາງ Samdech Khuon Sudary ​ປະ​ທານ​ສະ​ພາແຫ່ງ​ຊາດ ລາ​ຊະ​ອ​າ​ນາ​ຈັກ ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາງ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ​ແຕ່​ວັນ​ທີ 27 – 29 ກໍ​ລະ​ກົດ 2026.

ທີ່​ການ​ເຈ​ລະ​ຈາ, ​ປະ​ທານ​ສະ​ພາ​ແຫ່ງ​ຊາດທັງ​ສອງ ໄດ້​ຢັ້ງ​ຢືນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ນັ້ນ​ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ, ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ສອງ​ພັກ, ສອງ​ລັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ດ່ານ​ຊາຍ​ແດນ, logistics ແລະ ລະ​ບົບ​ສະ​ໜອງ, ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ຄ້າ, ການ​ລົງ​ທຶນ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ເປົ້າ​ໝາຍ 20 ຕື້ USD ໂດຍ​ໄວ, ຍູ້​ໄວ​ວຽກ​ງານ​​ແບ່ງກຳ​ນົດ, ປັກຫຼັກ​ໝາຍ​ຊາຍ​ແດນ ແລະ ປະ​ສານ​ສົມ​ທົບ​ຮັບ​ປະ​ກັນ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປະ​ສານ​ສົມ​ທົບ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ (1967-2027), ຍູ້​ແຮງ​ການ​ໂຄ​ສະ​ນາ, ການ​ສຶກ​ສາ​ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່ງ​ສອງ​ຊາດ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top