• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ເພີ່ມ​ຂຶ້ນ​ສູງ, ​ໝັ້ນ​ໃຈ​ວ່າ​ລື່ນ​ຄາດ​ໝາຍ 10 ຕື້ USD ຢ່າງ​ແນ່ນອນ

ດ້ວຍລະດັບການເຕີບໂຕເປັນໜ້າຊື່ນຊົມໃນຊຸມເດືອນມໍ່ໆມານີ້, ພິເສດໃນເດືອນ ຕຸລາ, ການສົ່ງອອກສິນໃນນ້ຳແມ່ນສາມາດບັນລຸ ແລະ ລື່ນກາຍຄາດໝາຍ 10 ຕື້ USD ຢ່າງແນນອນ.
ການປຸງແຕ່ງກຸ້ງເພື່ອສົ່ງອອກ (ພາບ: TTXVN)

ບັນດາຕະຫຼາດຫຼັກແຫຼ່ງກຳລັງເພີ່ມຄວາມຕ້ອງການນຳເຂົ້າສິນທະເລຢ່າງແຮງ, ຊ່ວຍໃຫ້ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ຮັບຮູ້ວ່າ ມີການເພີ່ມຂຶ້ນຢ່າງວ່ອງໄວຄືນໃໝ່ ດ້ວຍລະດັບການເຕີບໂຕເປັນໜ້າຊື່ນຊົມ. ການສົ່ງອອກສິນໃນນ້ຳພວມໝັ້ນໃຈວ່າ ຈະບັນລຸ ແລະ ລື່ນກາຍຄາດໝາຍ 10 ຕື້ USD ໃນປີ 2024 ນີ້. ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລ້ວ, ໄຕມາດທີ III ປີ 2024   ແມ່ນໄລຍະຂີດໝາຍແກ່ການຟື້ນຕົວຢ່າງແຮງຂອງບັນດາຕະຫຼາດນຳເຂົ້າສິນໃນນ້ຳຕົ້ນຕໍຂອງ ຫວຽດນາມ.

        ກ້າວເຂົ້າສູ່ໄຕມາດທີ IV, ໃນເດືອນທຳອິດຂອງໄຕມາດນີ້ (ເດືອນຕຸລາ), ການສົ່ງອອກສິນທະເລບັນລຸ 1,1 ຕື້ USD, ຍົກມູນຄ່າການສົ່ງອອກສິນທະເລໃນໄລຍະ 10 ເດືອນຜ່ານມາບັນລຸ 8,33 ຕື້ USD, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອາເມລິກາ, ຈີນ ແລະ ຍີ່ປຸ່ນ ແມ່ນ 3 ຕະຫຼາດຈຳໜ່າຍສິນໃນນ້ຳໃຫຍ່ທີ່ສຸດຂອງ ຫວຽດນາມ.

        ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຂໍ້ສັງເກດວ່າ ດ້ວຍລະດັບການເຕີບໂຕເປັນໜ້າຊື່ນຊົມໃນຊຸມເດືອນມໍ່ໆມານີ້, ພິເສດໃນເດືອນ ຕຸລາ, ການສົ່ງອອກສິນໃນນ້ຳແມ່ນສາມາດບັນລຸ ແລະ ລື່ນກາຍຄາດໝາຍ 10 ຕື້ USD ຢ່າງແນນອນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top