• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ສະ​ແດງ​ຄວາມ​ຂອບ​ໃຈ​ຂອງ​ຄະ​ນະ​ງານ​ສົບແຫ່ງ​ລັດ ແລະ ຄອບ​ຄົວ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ຄະນະງານສົບແຫ່ງລັດ ພ້ອມດ້ວຍຄອບຄົວ ຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ນ້ຳໃຈຄວາມຮັກແພງອັນພິເສດຂອງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ທີ່ມີຕໍ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ປະເທດ, ຊາວ ຫວຽດນາມ ແຫ່ງອະລິຍາທຳ ແລະ ວິລະຊົນ./.
ທ່ານ ຫງວຽນຈ້ອງເຈື່ອງ, ຕາງໜ້າຄອບຄົວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳຂອບໃຈ (ພາບ: nhandan.vn)

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ, ຄະນະງານສົບແຫ່ງລັດ ແລະ ຄອບຄົວທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຂໍຝາກຄຳສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈເຖິງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ທີ່ໄດ້ສະຫງວນນ້ຳໃຈຢ່າງເລິກເຊິ່ງ, ຄວາມອາໄລອາວອນຢ່າງສຸດຊື້ງ ແລະ ຄວາມເຄົາລົບນັບຖືທີ່ສຸດ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ໄດ້ມາວາງພວງມາລາ, ສົ່ງໂທລະເລກ, ແບ່ງເບົາຄວາມເສົ້າສະຫຼົດໃຈ, ເຂົ້າຮ່ວມພິທີກ່າວໄວ້ອາໄລ, ສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ອີກຄັ້ງໜຶ່ງ, ຄະນະງານສົບແຫ່ງລັດ ພ້ອມດ້ວຍຄອບຄົວ ຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ນ້ຳໃຈຄວາມຮັກແພງອັນພິເສດຂອງທົ່ວປວງຊົນທັງຊາດ, ສະຫາຍ, ນັກຮົບທົ່ວປະເທດ, ພໍ່ແມ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ທີ່ມີຕໍ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ປະເທດ, ຊາວ ຫວຽດນາມ ແຫ່ງອະລິຍາທຳ ແລະ ວິລະຊົນ./.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top