ຂ່າວສານ
ການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໝາກຜົນຢ່າງຮອບດ້ານ ແລະ ແທດຈິງ
“ການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໝາກຜົນຢ່າງຮອບດ້ານ ແລະ ແທດຈິງ”. ນັ້ນແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເມື່ອໃຫ້ສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ ສປປ. ລາວ ຢ່າງເປັນທາງການ, ພ້ອມທັງເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຂອງຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ຫວຽດນາມ - ລາວ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແຕ່ວັນທີ 11 -12 ມັງກອນ.
ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ດ້ວຍເກືອບ 20 ກິດຈະກຳ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ; ເຂົ້າຢ້ຽມຂ່ຳນັບເລຂາທິການໃຫຍ່, ປະທານປະເທດ ລາວ ທ່ານ ທອງລຸນ ສີສຸລິດ; ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ; ຕ້ອນຮັບປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ບໍ່ວຽງຄຳ ວົງດາລາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມການຖະແຫຼງຂ່າວສະຫຼຸບປີ “ສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”; ... ໃນຂອບເຂດຂອງການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 10 ສະບັບ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນຂົງເຂດເສດຖະກິດ, ຄູ່ຮ່ວມມືດີຈີຕອນ, ໜູນຊ່ວຍກົດໝາຍພົນລະເຮືອນ, ການສຶກສາ - ບຳລຸງສ້າງ, ການເງິນ - ການທະນາຄານ, ສາທາລະນະສຸກ, ການຄົມມະນາຄົມທາງນ້ຳ ແລະ ການຮ່ວມມືບຳລຸງສ້າງພະນັກງານພົວພັນຕ່າງປະເທດ ໃຫ້ຫຼາຍກວ່າອີກ.