ຂ່າວສານ
ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງອະນາຄົດ, ຕົວຂຶ້ນອອກສູ່ໂລກ ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຄວາມສຸດຈິງໃຈ
ວັນທີ 21 ກັນຍາ, ແມ່ນວັນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງສາຍພົວພັນທາງການທູດ ຢ່າງເປັນທາງການ (21/9/1973-21/9/2023). 50 ປີຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ຈຸດພົ້ນເດັ່ນ ໃນການພົວພັນຮ່ວມມືສອງຝ່າຍແມ່ນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ປັດຈຸບັນ ຍີ່ປຸ່ນແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນປະເທດສະໜອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ການພັດທະນາ (ODA) ໃຫຍ່ທີ່ສຸດ, ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ ເສດຖະກິດຂັ້ນສູງ ຫວຽດນາມ - ຍີ່ປຸ່ນ ທີ່ໄດ້ດຳເນີນໃນຕົ້ນເດືອນມີນາປີ 2023, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນ ວ່າຍາມໃດ ສອງປະເທດກໍ່ໄດ້ເອົາໃຈໃສ່ເປັນພິເສເຖິງການຍູ້ແຮງ ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນຢ່າງຮອບດ້ານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:
ຫວຽດນາມ ແລະ ຍີ່ປຸ່ນ ໄດ້ມານະພະຍາຍາມດ້ວຍຄວາມຕັດສິນໃຈຢູ່ລະດັບສູງ, ຢຶດໝັ້ນເພື່ອບັນລຸໄດ້ສັນຍາ CPTPP ແລະ ມາຮອດປັດຈຸບັນຕົວຈິງ ພິສູດໄດ້ສິ່ງນັ້ນວ່າ ແມ່ນຖືກຕ້ອງ, ເໝາະສົມກັບຜົນປະໂຫຍດຂອງ ສອງປະເທດ, ປະຊາຄົມວິສາຫະກິດສອງປະເທດ ແລະ ເໝາະສົມກັບ ເປົ້າໝາຍສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ.