• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ອີ​ຣານ ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ

ວັນ​ທີ 6 ເມ​ສາ, ສຳ​ນັກ​ຂ່າວ​ສານ IRNA ໃຫ້​ຂ່າວ​ວ່າ: ອີ​ຣານ ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຢຸດ​ຕິ​ການ​ຕໍ່​ສູ້​ກັບ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ໂດຍ​ຊົ່ວ​ຄາວ.
  ທ່ານ Esmail Baghaei, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ (ພາບ: REUTERS)  

ສຳ​ນັກ​ຂ່າວ​ສານ IRNA ໃຫ້​ຮູ້​ວ່າ: “ອິ​ຣານ ໄດ້​ສົ່ງ​ຄຳ​ຕອບ​ໃຫ້​ແກ່ ປາ​ກີ​ສະ​ຖານ ສຳ​ລັບ​ຂໍ້​ສະ​ເໜີ​ຂອງ ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ຢຸດ​ຕິ​ສົງ​ຄາມ” ແຕ່ບໍ່​ເຜີຍ​ໃຫ້​ຮູ້ເນື້ອ​ໃນ​ລະ​ອຽດ​ຂອງ​ຂໍ້​ສະ​ເໜີ. ອີ​ຣານ ໄດ້​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຕ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢ່າງ​ສີ້ນ​ເຊິງ.

ກ່ອນ​ໜ້າ​ນັ້ນ, ທ່ານ Esmail Baghaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໄດ້​ປະ​ກາດ​ວ່າ ເຕ​ເຮຣານ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ທຸກ​ຄວາມ​ຮຽກ​ຮ້ອງ​ຂອງ​ຕົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂໍ້​ສະ​ເໜີ​ຢຸດ​ຕິ​ການ​ປະ​ທະ​ກັນ, ແຕ່​ວ່າ ພ​ຽງ​ປະ​ກາດ​ເມື່ອ​ເໝາະ​ສົມ. ທ່ານ Baghaei ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ​ ໄດ້​ຍົກ​ອອກແຜນ​ການ​ລວມ​ມີ 15 ຈຸດ​ຜ່ານ ປາ​ກິດ​ສະ​ຖານ ແລະ ປະ​ເທດ​ເປັນ​ກາງ​ໄກ່​ເກຍ​ຈຳ​ນວນ​ໜຶ່ງ, ພ້ອມ​ທັງ​ຖື​ວ່າ​ບັນ​ດາ​ຂໍ້​ສະ​ເໜີ​ນີ້ ມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ, ຜິດ​ປົກ​ກະ​ຕິ ແລະ ໄຫ້​ເຫດ​ຜົນ.

ໃນ​ຂະ​ນະ​ນັ້ນ, ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ສືບ​ຕໍ່​ເພິ່ມ​ຂຶ້ນ. ວັນ​ທີ 6 ເມ​ສາ, ທ່ານ Katz ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ ອິດ​ສະ​ຣາ​ແອັນ ໃຫ້​ຮູ້​ວ່າ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກຳ​ລັງ​ປ້ອງ​ກັນ​ຕົວ ອິດ​ສະ​ຣາ​ແອັນ (IDF) ສືບ​ຕໍ່ບຸກ​ໂຈມ​ຕີ​ເຂົ້າ​ພື້ນ​ຖານ​ໂຄງ​ລ່າງ​ຢູ່ ອີ​ຣານ.

ຕໍ່​ໜ້າ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ຢູ່​ຕາ​ເວັນ​ອອກ​ກາງ, ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ​ໄດ້ກ່າວ​ເຕືອນ​ວ່າ: ຜົນ​ຕາມ​ມາ​ຂອງ​ບັນ​ດາ​ການ​ກະ​ທຳ​​ດ້ານການ​ທະ​ຫານ​ເລ່ງ​ໃສ່ ອີ​ຣານ ແມ່ນ​ອັນ​ຕະ​ລາຍ​ທີ່​ສຸດ, ໃນ​ນັ້ນ ມີ​ການ​ກະ​ທົບ​ທີ່​ຫຍໍ້​ທໍ້​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ຂອບ​ເຂດ​ພູມ​ສາດ​ຂອງ​ການ​ປະ​ທະ​ກັນ​ໄດ້​ເປີດ​ກ້​ວາງ​ແລ້ວ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ຊຸກ​ຍູ້​ຂົງ​ເຂດ​ຮ່ວມ​ມືຈຳນວນໜຶ່ງ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ລະ​ຫວ່າງ ​ລາວ ແລະ ຫວຽດ​ນາມ

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຂອງ ​ທ່ານ ເຈິ່ນ​ເກີມ​ຕູ ຜູ້​ປ​ະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຈະ​ດຳ​ເນີນໃນ​ວັນ​ທີ 09 ເມ​ສາ 2026, ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ສຳ​ພາດ ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ກ່​ຽວ​ກັບ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຢ້ຽມ​ຢາມ.

Top