• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ຢູ່​ຕາ​ວັນ​ອອກ​ກາງ: ອີ​ຣານ ໄດ້​ຫລຸດ​ຜ່ອນ​ປະ​ລິ​ມານ​ນ້ຳ​ມັນ​ດິບ​ຍ້ອນ​ການ​ປິດ​ລ້ອມ

ບັນ​ດາ​ແຫຼ່ງ​ຂ່າວ​ສື່ມວນ​ຊົນ​ພາກ​ພື້ນ​ໃຫ້​ຮູ້​ວ່າ ຄຳ​ສັ່ງ​ປິດ​ລ້ອມ​ໄດ້​ເຮັດ​ໃຫ້​​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ອີ​ຣານ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ອອກ​ໄປ​ສູ່​ເຂດ​ທະ​ເລ​ສາ​ກົນ ພາ​ໄປ​ເຖິງ​ປະ​ລິ​ມານ​ນ້ຳ​ມັນ​ສົ່ງ​ອອກ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ​ໃນ​ຊຸມ​ອາ​ທິດມໍ່ໆ​ມານີ້.
  ພາບ​ປະ​ກອ​ບ: REUTERS  

ອີ​ຣານ ໄດ້ເລີ່ມ​ຫລຸດ​ຜ່ອນ​ປະ​ລິ​ມານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ດິບ​ໃນ​ສະ​ພາບ​ການ​ສົ່ງ​ອອກ​ຖືກ​ຫລຸດ​ລົງ​ແຮງ​ຍ້ອນ​ການ​ກະ​ທົບ​ຈາກ​ຄຳ​ສັ່ງ​ປິດ​ລ້ອມ​ຂອງ ອາ​ເມ​ລິ​ກາ​ ຢູ່​ຊ່ອງ​ແຄບ​ທະ​ເລ Hormuz, ພ້ອມ​ທັງ​ຄວາມ​ສ່ຽງ​ການ​ປະ​ທະ​ກັນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ແຮງ ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ຕົກ​ເ​ຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ.

ບັນ​ດາ​ແຫຼ່ງ​ຂ່າວ​ສື່ມວນ​ຊົນ​ພາກ​ພື້ນ​ໃຫ້​ຮູ້​ວ່າ ຄຳ​ສັ່ງ​ປິດ​ລ້ອມ​ໄດ້​ເຮັດ​ໃຫ້​​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ​ຂອງ ອີ​ຣານ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ອອກ​ໄປ​ສູ່​ເຂດ​ທະ​ເລ​ສາ​ກົນ ພາ​ໄປ​ເຖິງ​ປະ​ລິ​ມານ​ນ້ຳ​ມັນ​ສົ່ງ​ອອກ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ​ໃນ​ຊຸມ​ອາ​ທິດມໍ່ໆ​ມານີ້. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ຮາກ​ຖານ​ສະ​ສົມ​ພາຍ​ໃນ​ປະ​ເທດ​ພວມ​ຄ່ອຍ​ໆເຕັມ ​ຊື່ງ​ບັງ​ຄັບ​ໃຫ້ ເຕ​ເຮ​ຣານ ຕ້ອງ​ດັດ​ສົມ​ປະ​ລິ​ມານ, ພິ​ເສດ​ແມ່ນ​ຢູ່​ບັນ​ດາບໍ່​ນ້ຳ​ມັນ​ເກົ່າ ແລະ ຍາກ​ທີ່​ຈະ​ຟື້ນ​ຟູ​ໄດ້ ຖ້າ​ຢຸດ​ຕິ​ການ​ຂຸດ​ຄົ້ນ. ວົງ​ການ​ເຈົ້າ​ໜ້າ​ທີ່ ອີ​ຣານ ຍອມ​ຮັບ​ວ່າ ຖັນ​ແຖວ​ນັກ​ວິ​ສາ​ວະ​ກອນ​ຂອງ​ປະ​ເທດນີ້ ພວມ​ດັດ​ສົມ​ຢ່າງ​ຕໍ່​ເນື່ອງ​ ການ​ເຄື່ອນ​ໄຫວ​ຂອງ​ນ້ຳ​ມັນ​ອາຍ​ແກັດ ໃນ​ເງື່ອນ​ໄຂ​ການ​ຜະ​ລິດ​ຖືກ​ຂາດ​ວັກ​ຂາດ​ຕອນ ແລະ ຕ້ອງ​ເລີ່ມ​ຕົ້ນ​ໄໝ່​ເປັນຫຼາຍ​ເທື່ອ. ຜູ້​ຕາງ​ໜ້າ​ຂະ​ແໜງ​ສົ່ງ​ອອກ​ນ້ຳ​ມັນ​ອາຍ​ແກັດ ອີ​ຣານ ໃຫ້​ຂໍ້​ສັງ​ເກດ​ວ່າ ປະ​ເທດນີ້ ມີ​ບົດ​ຮຽນ​ປະ​ສົບ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ຄ້າຍ​ຄື​ກັນ ແຕ່​ກຳ​ລັງ​ດັນ​ໃນ​ປະ​ຈຸ​ມັນ​ແມ່ນ​ໃຫ່​ຍຫຼວງ​ທີ່​ສຸດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ບໍ​ລິ​ຫານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ການ​ສັບ​ຊ້ອນ​ກົງ​ຈັດ​ລັດ​ໃຫ້​ກະ​ທັດ​ລັດ​ຢ່າງ​ແຮງ, ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ບໍ​ລິ​ຫາ​ນ​ແຫ່ງ​ຊາດ. ເປົົ້າ​ໝາຍ​ໃຫຍ່​ສຸດ​ແມ່ນ​ເພື່ອ​ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ໃໝ່, ຍົກ​ສູງ​ກຳ​ລັງ​ແຮງ​ແກ້ງ​ແຍ້ງ ແລະ ກຳ​ລັງ​ແຮງ​ທົນ​ທານ​ຂອງ​ປະ​ເທດ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງວ່ອງ​ໄວ ແລະ ສັບ​ສົນ.

Top