ໝວດສິນຄ້າຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ຊີ້ນສ່ວນເຄື່ອງອາໄຫຼ່ ສືບຕໍ່ນຳໜ້າ ດ້ວຍມູນຄ່າກວ່າ 6 ຕື້ USD. ນອກຈາກນັ້ນແລ້ວ, ບັນດາປະເພດສິນຄ້າທີ່ເປັນມູນເຊື້ອຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບບັນດາປະເພດ ກໍຮັກສາທ່ວງທ່າຟື້ນຟູໄດ້ເປັນຢ່າງດີ ດ້ວຍມູນຄ່າ 1,4 ຕື້ ແລະ 1 ຕື້ USD ຕາມລຳດັບ.
ກົງກັນຂ້າມ, ວົງເງິນນຳເຂົ້າສິນຄ້າໃນ 2 ອາທິດຕົ້ນເດືອນພຶດສະພາບັນລຸ 26,7 ຕື້ USD. ໃນນັ້ນ, ກຸ່ມວິສາຫະກິດ FDI ກວມເອົາມູນຄ່າເກືອບ 20 ຕື້ USD. ການນຳເຂົ້າ ໄດ້ສຸມໃສ່ບັນດາໝວດສິນຄ້າທີ່ເປັນວັດຖຸດິບສົ້ນເຂົ້າ ແລະ ເຄື່ອງຈັກອຸປະກອນ.
ໄລ່ແຕ່ຕົ້ນປີມາຮອດວັນທີ 15 ພຶດສະພາ, ຍອດມູນຄ່ານຳເຂົ້າ - ສົ່ງອອກໃນທົ່ວປະເທດບັນລຸ 394 ຕື້ USD, ດ້ວຍລະດັບການນຳເຂົ້າເກີນດຸນປະມານ 14 ຕື້ USD. ສະພາບການນຳເຂົ້າ - ສົ່ງອອກໃນຊຸມເດືອນຕົ້ນປີ 2026 ນີ້ ໄດ້ສະແດງໃຫ້ເຫັນວ່າ ການເຄື່ອນໄຫວຜະລິດ, ປຸງແຕ່ງ ແລະ ການຄ້າສາກົນ ພວມໄດ້ຮັບການຟື້ນຕົວຢ່າງແຮງ.






