• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ, ລັດ ເຂົ້​າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມ ພັກກອມມູນິດ ຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ.
ການນຳພັກ, ລັດ ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ພາບ: An Đăng - TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສັ້ງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ຕອນເຊົ້າວັນທີ 3 ກຸມພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ,  ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ເຂົ້າສຸສານອາໄລຫາປະທານໂຮ່ຈີມິນ. ເຂົ້າຮ່ວມມີທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ, ທ່ານເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ… ພ້ອມກັບການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດຫຼາຍທ່ານ. ນະທີ່ນີ້, ຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມ ພັກກອມມູນິດ ຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ. ຜ່ານໄລຍະ 96 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພັກໄດ້ນຳພາປະຊາຊົນສ້າງບັນດາຜົນສຳເລັດອັນຍິ່ງໃຫຍ່.

(ແຫຼ່ງຄັດຈາກ VOV)

ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ ຕັດ​ສິນ​ໃຈ​ສ້າງ​ຜົນ​ງານ​ດີ​ເດັ່ນໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ ຕັດ​ສິນ​ໃຈ​ສ້າງ​ຜົນ​ງານ​ດີ​ເດັ່ນໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ບົດນຳດ້ວຍຫົວຂໍ້ “ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕັດສິນໃຈສ້າງຜົນງານດີເດັ່ນ ໃນໄລຍະພັດທະນາໃໝ່” ຢັ້ງຢືນວ່າ 96 ປີຜ່ານມາ, ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນການນຳພາຂອງພັກແມ່ນປັດໄຈແຖວໜ້າທີ່ຕັດສິນທຸກໄຊຊະນະ.

Top