• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງອີງໃສ່ກົດໝາຍວ່າດ້ວຍທະເລ

      ວັນທີ 6 ພະຈິກ, ຢູ່ສູນສື່ມວນຊົນສຳນັກຂ່າວສານ ເອກະລາດ ຢູແກຼນ (UNIAN) ໄດ້ດຳເນີນກອງປະຊຸມໂຕະມົນ “ ອຳນາດສານຢູ່ທະເລ ທີ່ບັນດາສະຖານທີ່ພວມເກີດການຂັດແຍ້ງກັນ, ປະທະກັນ ແລະ ແກ້ງແຍ່ງ ຢູ່ທະເລດຳ, ທະເລ Azov, ທະເລ ຕາເວັນອອກ”, ດ້ວຍການເຂົ້າຮ່ວມຂອງ ນັກວິທະຍາສາດ, ນັກຊ່ຽວຊານ ແລະ ທະນາຍຄວາມ ຢູແກຼນ ກ່ວາ 20 ທ່ານ…

ບັນດາຜູ້ແທນຢູ່ກອງປະຊຸມ (ພາບ: TTXVN) 
      ທີ່ກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືບັນດາບັນຫານິຕິກຳ, ການເມືອງ, ການທະຫານ…ທີ່ກ່ຽວຂ້ອງເຖິງບາງພາກພື້ນຂັດແຍ້ງກັນ ແລະ ປະທະກັນໃນທົ່ວໂລກ. ສ່ວນກ່ຽວຂ້ອງເຖິງບັນດາທະເລຕາເວັນອອກ, ມີນັກຮຽນຮູ້ຫຼາຍທ່ານຖືວ່າ ບັນຫານີ້ບໍ່ພຽງແຕ່ມີລັກສະນະໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນບັນຫາຂອງສາກົນ, ມີສ່ວນກ່ຽວຂ້ອງເຖິງສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມເສລີ ໃນການເດີນເຮືອໃຫ້ແກ່ທຸກປະເທດທີ່ມີຜົນປະໂຫຍດຢູ່ພາກພື້ນອີກດ້ວຍ. ສະນັ້ນ ຄວາມເອົາໃຈໃສ່ຂອງທົ່ວປະຊາຄົມສາກົນສຳລັບບັນຫາທະເລຕາເວັນອອກແມ່ນມີຄວາມຈຳເປັນທີ່ສຸດ.
            ທ່ານVolodymyr Volya ນັກວິທະຍາສາດດ້ານການເມືອງ, ທັງເປັນນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນຖືວ່າ: ສຳລັບການຂັດແຍ້ງກັນຜືນແຜ່ນດິນຍາມໃດຫວຽດນາມກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ, ຢຶດໝັ້ນ, ມີຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຜ່ານມາດຕະການດ້ານການເມືອງ - ການທູດ, ປະຕິບັດຕາມກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top