• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງສະພາສູງກຳປູເຈຍ: ພັກການເມືອງຕ່າງໆໄດ້ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງ

ໂດຍມຸ່ງໄປເຖິງການເລືອກຕັ້ງສະພາສູງກຳປູເຈຍ ຊຸດທີ V,ວັນທີ10ກຸມພາ,ພັກການເມືອງ ທີ່ມີຜູ້ອອກສະໝັກຮັບເລືອກຕັ້ງ ໄດ້ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງຢ່າງເປັນທາງການ. ການເລືອກຕັ້ງຄາດວ່າຈະດຳເນີນໃນວັນທີ 25 ກຸມພາຈະມາເຖິງ.
ການເຄື່ອນໄຫວຫາສຽງເລືອກຕັ້ງຂອງພັກ CPP (ພາບ: TTXVN)

ໃນວັນທຳອິດຂອງບັ້ນຂົນຂວາຍຫາສຽງເລືອກຕັ້ງ, ບັນດາການເຄື່ອນໄຫວເຕົ້າໂຮມ, ເຊີດຊູກຳລັງ,ແຫ່ຂະບວນໂຄສະນາຂົນຂວາຍຫາສຽງເລືອກຕັ້ງ ໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນແລະ ຫຼາຍທ້ອງຖິ່ນ,ສ່ວນຫຼາຍແມ່ນພັກປະຊາຊົນກຳປູເຈຍ(CPP)ກຳອຳນາດ .

ບົດລາຍງານການອັບເດັດຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ຢັ້ງຢືນວ່າ ໃນມື້ທຳອິດຂອງບັ້ນຂົນຂວາຍການຫາສຽງເລືອກຕັ້ງ,ມີພຽງແຕ່ພັກ CPP ໄດ້ຈັດຕັ້ງການເຄື່ອນໄຫວເດີນຂະບວນທີ່ມີການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼາຍ ຢູ່ 7 ຫົວໜ່ວຍອຳນາດການປົກຄອງຂັ້ນແຂວງ ຢູ່ 5/8ເຂດເລືອກຕັ້ງ.

ໃນຂະນະນັ້ນ, ພັກເຈດຈຳນົງ ຂະແມ ໄດ້ຈັດການເຄື່ອນໄຫວເຕົ້າໂຮມກຳລັງ, ໃຊ້ໂທລະໂຄ່ງໂຄສະນາຢູ່ສຳນັກງານພັກ,ສະຖານທີ່ຕ່າງໆແລະ ຄອບຄົວຂອງສະມາຊິກພັກ.ສອງພັກກ່ອນຍັງເຫຼືອແມ່ນ ພັກ FUNCINPEC ແລະ ພັກ ກຳລັງຊົນຊາດ ຍັງບໍ່ທັນດຳເນີນການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງໃດ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top