• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງ ອາເມລິກາ: ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດ

ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານ ດ້ວຍເວລາປະມານ 90 ນາທີ ແລະ ບໍ່ມີຜູ້ເຂົ້າຮ່ວມໂດຍກົງ.
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump (ພາບ: Reuters/TTXVN)

ຕອນຄ່ຳວັນທີ 10 ກັນຍາ (ຕາມເວລາ ອາເມລິກາ), ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຜູ້ສະໝັກຮັບເລືອກຕັ້ງພັກສາທາລະນະ Donald Trump ໄດ້ເລີ່ມດຳເນີນການໂຕ້ວາທີໂດຍກົງຄັ້ງທຳອິດຢູ່ສູນລັດຖະທຳມະນູນແຫ່ງຊາດ (NCC) ຢູ່ Philadelphia, Pennsylvania.

ການໂຕ້ວາທີໂດຍສຳນັກຂ່າວສານ ABC News ປະສານງານ ດ້ວຍເວລາປະມານ 90 ນາທີ ແລະ ບໍ່ມີຜູ້ເຂົ້າຮ່ວມໂດຍກົງ. ຜູ້ສະໝັກຮັບເລືອກຕັ້ງບໍ່ໄດ້ຮູ້ຫົວຂໍ້ໂຕ້ວາທີກ່ອນ. ແຕ່ລະຄົນຈະມີເວລາ 2 ນາທີ ເພື່ອຕອບຄຳຖາມຂອງໂຄສົກລາຍການ, 2 ນາທີເພື່ອບັນລະຍາຍ ແລະ 1 ນາທີເພື່ອໃຫ້ຄຳຕອບອື່ມອີກຖ້າມີຄວາມຈຳເປັນ. ເຖິງຢ່າງໃດກໍ່ຕາມ, ຜູ້ສະໝັກຮັບເລືອກຕັ້ງ 2 ຄົນບໍ່ໄດ້ຕັ້ງຄຳຖາມໃຫ້ແກ່ກັນ ແລະ ບໍ່ໄດ້ພົບປະກັບທິມເລືອກຕັ້ງໃນຕະຫຼອດເວລາຈັດການໂຕ້ວາທີ.

ເນື້ອໃນຂອງການໂຕ້ວາທີແມ່ນປິ່ນອ້ອມບັນດາບັນຫາເຊິ່ງປະຊາຊົນ ອາເມລິກາ ພວມສົນໃຈ, ຄື: ບັນຫາເສດຖະກິດ, ການເຂົ້າເມືອງ, ນະໂຍບາຍການຕ່າງປະເທດ, ພິເສດແມ່ນບັນດາການປະທະກັນ ລັດເຊຍ - ຢູແກຼນ ແລະ ຮາມາດສ - ອິດສະຣາແອັນ.

(ແຫຼ່ງຄັດຈາກ VOV)

ວັນ​ບຸນດອກ​ບົວ​ຮ່າ​ໂນ້ຍ 2026: ເຕົ້າ​ໂຮມ​ສິ່ງຍອດ​ຢ້ຽມດ້ານ​ວັດ​ທະ​ນະ​ທຳ ແລະ ການປະ​ດິດ​ສ້າງ​ຈາກດອກ​ບົວ

ວັນ​ບຸນດອກ​ບົວ​ຮ່າ​ໂນ້ຍ 2026: ເຕົ້າ​ໂຮມ​ສິ່ງຍອດ​ຢ້ຽມດ້ານ​ວັດ​ທະ​ນະ​ທຳ ແລະ ການປະ​ດິດ​ສ້າງ​ຈາກດອກ​ບົວ

ວັນ​ບຸນ​ໄດ້​ຈັດ​ຂຶ້ນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ທັງ​ລອງ ຮ່າ​ໂນ້ຍ, ເຊີດ​ຊູ​ຄວາມ​ງາມ ແລະ ຄຸນ​ຄ່າ​ຂອງດອກ​ບົວ​ໃນ​ຊີ​ວິດ​ດ້ານ​ວັ​ດ​ທະ​ນະ​ທຳ ຫວຽດ​ນາມ

Top