• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ທາງ​ການ​ເມືອງ​ຢ່າງ​ແຮງ​ຂອງ ຫວຽດ​ນາມ

ນັບແຕ່ວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກ ຢູ່ ອາເມລິກາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ພາບ: TTXVN)

ທ່ານປະທານສະມັດຊາໃຫຍ່ ສປຊ ຊຸດທີ 78 Dennis Francis ໄດ້ເນັ້ນໜັກວ່າ ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ປີນີ້ ແມ່ນການສະແດງໃຫ້ເຫັນຄຳໝັ້ນສັນຍາດ້ານການເມືອງຢ່າງສູງສຸດຂອງ ຫວຽດນາມ ໃນຈຸດເວລາສຳຄັນ, ເມື່ອປະຊາຄົມສາກົນພວມຕັດສິນໃຈຊຸກຍູ້ລັດທິຫຼາຍຝ່າຍ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃນປັດຈຸບັນ. ການຢ້ຽມຢາມໄດ້ຊີ້ໃຫ້ເຫັນເຖິງຄຳໝັ້ນສັນຍາຢູ່ລະດັບສູງສຸດຂອງ ຫວຽດນາມ ແລະ ແນະນອນວ່າ ຈະປະກອບສ່ວນຍົກລະດັບການພົວພັນລະຫວ່າງ ຫວຽດນາມ ກັບ ສປຊ ຂຶ້ນສູ່ລະດັບສູງໃໝ່.

        ທ່ານ Dennis Francis ເຊື່ອໝັ້ນວ່າ ພາຍຫຼັງການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ການພົວພັນລະຫວ່າງ ສປຊ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເພີ່ມທະວີ. ເນື້ອໃນຈຸດສຸມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79 ແມ່ນສຸໃສ່ການຊຸກຍູ້ກຽດສັກສີ ແລະ ສິດທິມະນຸດ, ຍົກສູງຄຸນຄ່າກ່ຽວກັບດ້ານສາທາລະນະສຸກ, ການສຶກສາ, ປັບປຸງສັນຕິພາບ ແລະ ພັດທະນາແບບຍືນຍົງ. ນີ້ກໍແມ່ນບັນດາຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສປຊ, ລັດເຊຍ, ການາດາ ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi

ສປຊ, ລັດເຊຍ, ການາດາ ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi

ເຮືອບິນຂອງກະຊວງສຸກເສີນສະຫະພັນ ລັດເຊຍ ໄດ້ສົ່ງຈຳນວນເຄື່ອງອຸປະຖຳມະນຸດສະທຳກວ່າ 35 ລ້ານໂຕນມາ ຫວຽດນາມ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຈາກພາຍຸ Yagi.

Top