• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາດ້ານການເມືອງ,ການປ້ອງກັນຊາດປ້ອງກັນຄວາມສະຫງົບຫວຽດນາມ-ອາເມລິກາຄັ້ງທີ 10

2 ຝ່າຍໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງ, ໃນນັ້ນມີບັນຫາທະເລຕາເວັນອອກ.


ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງຮອງລັດຖະມົນຕີຜູ້ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນອາເມລິກາ Andrea Thompson

(ພາບ: BNGVN)

ວັນທີ 25 ມີນາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງຮອງລັດຖະມົນຕີຜູ້ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນອາເມລິກາ Andrea Thompson ໄດ້ເປັນປະທານຮ່ວມການເຈລະຈາດ້ານການເມືອງ , ການປ້ອງກັນຊາດປ້ອງກັນຄວາມສະຫງົບ ປະຈຳປີຄັ້ງທີ 10 ຢູ່ວໍຊິງຕັນ ດີຊີ, ປະເທດອາເມລິກາ.

        ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ ແລະ ສົມທົບກັນກະກຽມໃຫ້ແກ່ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມບົດບັນທຶກຊ່ວຍຈຳຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອາເມລິກາ ປີ 2011 ແລະ ຖະແຫຼງການຮ່ວມວິໄສທັດຮ່ວມມືດ້ານປ້ອງກັນຊາດປີ 2015 ໃນບັນດາຂົງເຂດຄວາມໝັ້ນຄົງທາງທະເລ, ການເກັບກູ້ລະເບີດບໍ່ທັນແຕກ, ປະຕິບັດໂຄງການລ້າງທາດພິດຢູ່ສະໜາມບິນ ບຽນຮ່ວາ ໂດຍໄວ, ສືບຕໍ່ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ... 2 ຝ່າຍກໍ່ເຫັນດີນຳກັນຈັດການເຈລະຈາດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຄັ້ງທີ 11 ຢູ່ຮ່າໂນ້ຍ ໃນປີ 2020.

        ກໍ່ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງ, ໃນນັ້ນມີບັນຫາທະເລຕາເວັນອອກ. ອາເມລິກາ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງ ເພື່ອຮັບປະກັນໃຫ້ພາກພື້ນອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກວ້າງ; ຢືນຢັນຫຼັກໝັ້ນສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການຄ້າທີ່ບໍ່ຖືກກີດຂວາງ, ມີຄວາມເສລີ, ຄວາມປອດໄພໃນການເດີນທະເລ, ການບິນ; ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມຸ່ງໄປເຖິງການສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ ແລະ ມີປະສິດທິຜົນໂດຍໄວ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top