• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຈລະຈາຄັ້ງທີ 6 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມເຢຍລະມັນ

      ວັນທີ 3 ກໍລະກົດ, ຢູ່ແບກແລງ, ການເຈລະຈາຄັ້ງທີ 6 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕ ສັງຄົມ ເຢຍລະມັນ ໄດ້ຈັດຂຶ້ນດ້ວຍຫົວຂໍ້ວ່າ “ກາລະໂອກາດ ແລະ ສິ່ງທ້າທາຍ ໃນໂລກພວມປ່ຽນແປງ - ການຮ່ວມມື ຫວຽດນາມ - ເຢຍລະມັນ - ອີຢູ”. 

 ທ່ານນາງ Egelgard Bulmahn ແລະ ທ່ານ ຮ່ວາງບີ່ງກວນ
(ພາບ: ສຳນັກຂ່າວສານ ຫວຽດນາມ)
      ທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ທ່ານນາງ Egelgard Bulmahn, ຮອງປະທານສະພາແຫ່ງຊາດ ເຢຍລະມັນ, ຫົວໜ້າຄະນະຜູ້ແທນ ເຢຍລະມັນ ເປັນປະທານຮ່ວມການເຈລະຈາ.
      ນີ້ແມ່ນການເຄື່ອນໄຫວນອນໃນໂຄງການຮ່ວມມືປະຈຳປີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕ ສັງຄົມເຢຍລະມັນ, ປະກອບສ່ວນແທດຈິງ ເຂົ້າໃນການປະຕິບັດຖະແຫຼງການຮ່ວມ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top