• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການຢ້ຽມຢາມທາງລັດຖະກິດ ອິນເດຍ

ພາຍຫຼັງໄປຢ້ຽມຢາມ ແລະ ຊອກຮູ້ຮູບແບບເຄື່ອນໄຫວຕົວຈິງຂອງພະແນກຕະຫຼາດຫຼັກຊັບແຫ່ງຊາດ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ປະຕິບັດພິທີສັ່ນກະດິງເປີດຕະຫຼາດ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)  

ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນ​ເດຍ, ຕອນ​ເຊົ້າ​ວັນ​ທີ 07 ພຶດ​ສະ​ພາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ໄປ​ຢ້ຽ​ມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ Mumbai (ລັດ Maharashtra). ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໄປ​ຢ້ຽມ​ຢາມສູນຕະ​ຫຼາດຫຼັກ​ຊັບແຫ່ງ​ຊາດ ອິນ​ເດຍ.

ພາຍ​ຫຼັງ​ໄປ​ຢ້ຽມ​ຢາມ ແລະ ຊອກ​ຮູ້​ຮູບ​ແບບ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ພະ​ແນກ​ຕະ​ຫຼາດ​ຫຼັກ​ຊັບ​ແຫ່ງ​ຊາດ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິ​ມ ໄດ້​ປະ​ຕິ​ບັດ​ພິ​ທີສັ່ນກະ​ດິງ​ເປີດ​ຕະ​ຫຼາດ.

ກ່ອນ​ໜ້ານັ້ນ, ເມື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ສະ​ພາບ​ການ​ເຄື່ອນ​ໄຫວ, ທ່ານ Srinivas Injeti, ປະ​ທານ​​ຕະ​ຫຼາດ​ຫຼັກ​ຊັບ​ແຫ່ງ​ຊາດ ອິນ​ເດຍ ໃຫ້​ຮູ້​ວ່າ ປະ​ຈຸ​ບັນ ຕະ​ຫຼາດ​​ຫຼັກ​ຊັບ​ແຫ່ງ​ຊາດ ແມ່ນ​ຕະ​ຫຼາດອະ​ນຸ​ພັນ (Derivative) ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຄິດ​ໄລ່​ຕາມ​ຈຳ​ນວນ, ດ້ວຍຍອດ​ທຶນ​ຕະ​ຫຼາດ​ປະ​ມານ 5.000 ຕື້ USD ແລະ ມ​ີ​ນັກ​ລົງ​ທຶນກວ່າ 130 ລ້ານ​ຄົນ.

ຕອນ​ບ່າຍ​ວັນ​ທີ 07 ພຶດ​ສະ​ພາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ຢູ່ Mumbai, ສູນ​ເສດ​ຖະ​ກິດ, ການ​ເງິນ ແລະ ເຕັກ​ໂນ​ໂລ​ຊີ​ແຖວ​ໜ້າ​ຂອງ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ການ​ຄ້າ - ການ​ລົງ​ທຶນ - ທ່ອງ​ທ່ຽວ ຫວຽດ​ນາມ - ອິນ​ເດຍ. ເຫດ​ການ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ເກືອບ 400 ແຫ່ງ​ຂອງ​ທັງ 2 ປະ​ເທດ.

ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢືນ​ຢັນ​ວ່າ ຮອດ​ເວ​ລາ​ແລ້ວ​ທີ່​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຕ້​ອງ​ຍົກ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ບໍ່​ພຽງ​ແຕ່​ເປີດກວ້າງ​ດ້ານ​ຂອບ​ຂະ​ໜາດ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ຄັນ​ກວ່າ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ, ລວງ​ເລິກ ແລະ ຄຸນ​ຄ່າ​ຍຸດ​ທະ​ສາດ.

“ຂ້າ​ພະ​ເຈົ້າ​ຢາ​ກ​ເນັ້​ນ​ໜັກ​ວ່າ ຫວຽດ​ນາມ ບໍ່​ພຽງ​ແຕ່​ຮຽກ​ຮ້ອງ​ການ​ລົງ​ທຶນເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ເຈົ້າ​ການ​ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ນັກ​ລົງ​ທຶນ. ຫວຽດ​ນາມ ສຸ​ມ​ໃສ່ພັດ​ທະ​ນາ​ບັນ​ດາ​ລະ​ບົບ​ຊີ​ວະ​ພາບ​ໜູນ​ຊ່ວຍ​ການ​ລົງ​ທຶນ, ລວມ​ມີເຂດ​ອຸດ​ສາ​ຫະ​ກຳ, ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ສູນ​ນະ​ວັດ​ຕະ​ກຳ… ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຖືກ​ຕາມ​ກົດ​ໝາຍ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຈະ​ແຈ້ງ, ແກ່​ງແຍ້ງ​ຢ່າງ​ໂປ່ງ​ໄສ”.

(ແຫຼ່ງຄັດຈາກ VOV)

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ແຕ່ວັນທີ 07 ພຶດສະພາ, ຜັນຂະຫຍາຍບັນດາມາດຕະການສະກັດກັ້ນການກະທຳລະເມີດສິດຊັບສິນທາງປັນຍາຢ່າງຂ້ຽວຂາດ

ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນໂທລະເລກທີ 38/2026 ກ່ຽວກັບການສຸມໃສ່ຊີ້ນຳການປະຕິບັດບັນດາມາດຕະການຕໍ່ສູ້, ສະກັດກັ້ນ, ແກ້ໄຂການກະທຳລະເມີດສິດຊັບສິນທາງປັນຍາໃນຂອບເຂດທົ່ວປະເທດນັບແຕ່ວັນທີ 07 ພຶດສະພາ 2026 ຢ່າງຂ້ຽວຂາດ.

Top