• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານປະທານປະເທດ ຫວໍວັນເຖືອງ ຢູ່ແຂວງ ນິງທ້ວນ

ທ່ານປະທານປະເທດໄດ້ເຈາະຈີ້ມໃຫ້ແຂວງ ນິງທ້ວນ ຕ້ອງສຸມໃສ່ພັດທະນາບັນດາຂະແໜງການ, ຂົງເຂດແມ່ນທ່າແຮງຂອງທ້ອງຖິ່ນ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕາມລາຍການໄປປະຕິບັດງານຢູ່ແຂວງ ນິງທ້ວນ, ຕອນເຊົ້າວັນທີ 16 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຮັດວຽກກັບຄະນະບໍລິຫານງານຄະນະພັກແຂວງ ກ່ຽວກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກແຂວງຄັ້ງທີ 14.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດໄດ້ເຈາະຈີ້ມໃຫ້ແຂວງ ນິງທ້ວນ ຕ້ອງສຸມໃສ່ພັດທະນາບັນດາຂະແໜງການ, ຂົງເຂດແມ່ນທ່າແຮງຂອງທ້ອງຖິ່ນ; ເອົາໃຈໃສ່ພັດທະນາການທ່ອງທ່ຽວມີຄຸນນະພາບສູງ, ການຫັນເປັນດີຈີຕອນ, ເຕັກໂນໂລຊີສູງ. ພິເສດ, ສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ເອົາໃຈໃສ່ການປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

        ທີ່ການເຮັດວຽກ, ໄດ້ຈັດພິທີລົງນາມກ່ຽວກັບການຮ່ວມມືລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄະນະກຳມະການປະຊາຊົນແຂວງ ນິງທ້ວນ.

 

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top