• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດລາວນັບມື້ນັບລະອຽດ ແລະ ມີຄຸນນະພາບ

      ຕອນເຊົ້າວັນທີ 9 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ທີ່ພວມມີການຢ້ຽມຢາມ ຢູ່ ຫວຽດນາມ.

ນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ (ພາບ: Quochoi.vn)
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ຍິ່ງນັບມື້ນັບມີຄວາມລະອຽດ, ມີຄຸນນະພາບ ແລະ ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.
            ຕີລາຄາສູງປະສິດທິຜົນຂອງກອງປະຊຸມສຳມະນາຄັ້ງຕ່າງໆ ຂອງ ສອງຝ່າຍທີ່ໄດ້ຈັດຕັ້ງ ໃນໄລຍະທີ່ຜ່ານມາແມ່ນປະສົບຜົນສຳເລັດທີ່ສຸດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ໃນປີ 2020, ສອງຝ່າຍຈະສືບຕໍ່ຈັດຕັ້ງກອງປະຊຸມສຳມະນາຮ່ວມກັນເພື່ອແລກປ່ຽນ, ແບ່ງປັນບົດຮຽນປະສົບການ ໃນການເຄື່ອນໄຫວໃນບັນດາຂົງເຂດຂອງ ສະພາແຫ່ງຊາດ ສອງປະເທດ.
            ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ອວຍພອນລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ເປັນປະທານອາຊຽນ ແລະ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ ລະຫວ່າງ ລັດຖະສະພາ ອາຊຽນ ຄັ້ງທີ 41 (AIPA 41); ທ່ານນາງຢັ້ງຢືນວ່າ ຍາມໃດປະເທດລາວກໍ່ສະໜັບສະໜູນ, ສົມທົບຢ່າງແໜ້ນແຟ້ນກັບຫວຽດນາມເພື່ອໃຫ້ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ປະຕິບັດສຳເລັດຕຳແໜ່ງສຳຄັນໃນປີປະທານອາຊຽນ, ປະທານ AIPA.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top