• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືດ້ານເສດຖະກິດ ແມ່ນກຳລັງໜູນໃຫ້ແກ່ບັນດາສາຍພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ

      ຫວຽດນາມ ຍາມໃດກໍຖື ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນ, ຍາວນານ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນສາຍພົວພັນສາກົນຂອງ ຫວຽດນາມ; ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ສ.ເກົາຫຼີ ນຳການພົວພັນຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ການເຈລະຈາຜ່ານທາງອອນລາຍລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽນາມ ເວືອງດິ່ງເຫວ້
ກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ
Park Byeong Seug (ພາບ: VOV)
      ກ່າວຄໍາເຫັນທີ່ການເຈລະຈາຜ່ານທາງອອນລາຍ ກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໃນຕອນເຊົ້າວັນທີ 23 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖື ສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນ, ຍາວນານ ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນສາຍພົວພັນສາກົນຂອງ ຫວຽດນາມ; ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ສ.ເກົາຫຼີ ນຳການພົວພັນຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
        ກ່ຽວກັບການຮ່ວມມືສອງຝ່າຍ, ປະທານສະພາແຫ່ງຊາດສອງປະເທດ ເຫັນດີສືບຕໍ່ຊຸກຍູ້ການພົວພັນຮ່ວມມື; ຕັ້ງໜ້າຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍ. ພ້ອມກັນນັ້ນ, ການຮ່ວມມື ແລະ ແບ່ງປັນໃນວຽກງານສ້າງກົດໝາຍ; ສ້າງເງື່ອນໄຂໃຫ້ແກ່ຂະແໜງການຄ້າ, ການລົງທຶນ; ຕັ້ງໜ້າສະໜັບສະໜູນບົດບາດຂອງກັນບົນເວທີຫຼາຍຝ່າຍ ແລະ ກົນໄກຮ່ວມມືລະຫວ່າງລັດຖະສະພາສາກົນ; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ…
        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກໍສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ; ພ້ອມທັງປາດຖະໜາວ່າ ສ.ເກົາຫຼີ ຈະສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ ຫວຽດນາມ, ມຸ່ງໄປເຖິງການບັນລຸໄດ້ເປົ້າໝາຍວົງເງິນການຄ້າສອງສົ້ນບັນລຸ 100 ຕື້ USD; ພ້ອມທັງ ສະແດງຄວາມຂອບອົກຂອບໃຈຕໍ່ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)
 

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top