ເພື່ອບັນລຸເປົ້າໝາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຫວຽດນາມ ຕ້ອງມີຂອດບຸກທະລຸໃນການສ້າງກຸ່ມບໍລິສັດອຸດສາຫະກຳຍຸດທະສາດ, ຍົກສູງອັດຕາສ່ວນຫັນເປັນພາຍໃນປະເທດ, ກໍຄືການຊຸກຍູ້ນະວັດຕະກຳເພື່ອເພີ່ມຄວາມສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ນີ້ແມ່ນຄຳເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສຂັ້ນສູງກ່ຽວກັບການຜະລິດອຸດສາຫະກຳ ດ້ວຍຫົວຂໍ້ “ສ້າງພື້ນຖານອຸດສາຫະກຳ ຫວຽດນາມ ເປັນເຈົ້າຕົນເອງ - ເຂັ້ມແຂງແຮງກ້າ” ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ.
ທີ່ເວທີປາໄສ, ທ່ານ ຫງວຽນກວັນ, ອະດີດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະມາຄົມຫັນເປັນອັດຕະໂນມັດ ຫວຽດນາມ, ຖືວ່າ:
“ເພື່ອກາຍເປັນປະເທດອຸດສາຫະກຳ, ຫວຽດນາມ ຕ້ອງສ້າງບັນດາກຸ່ມບໍລິສັດອຸດສາຫະກຳຜະລິດ ສວມບົດບາດເປັນຕ່ອງໂສ້ໃນລະບົບມູນຄ່າທົ່ວໂລກຂອງບັນດາຜະລິດຕະພັນເຕັກໂນໂລຊີຍຸດທະສາດ. ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ພວກເຮົາສຸມແຫຼ່ງກຳລັງ, ການລົງທຶນ ແລະ ພັດທະນາໂດຍມີຈຸດສຸມໃນຂົງເຂດຫຼັກແຫຼ່ງຈຳນວນໜຶ່ງ”.