• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ

“ການຢ້ຽມຢາມທາງລັດຖະກິດຢູ່ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ” ນັ້ນແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວູຮົ່ງນາມ ໃນການຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການຢ້ຽມຢາມ.

ທ່ານຮອງລັດຖະມົນຕີ ຫວູຮົ່ງນານ ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດຢູ່ລັດ ເອທີໂອປີ ແລະ ອີຢິບ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 23 – 29 ສິງຫາ 2018 ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ, ນັບແຕ່ເນື້ອໃນການແລກປ່ຽນລະຫວ່າງທ່ານປະທານປະເທດ ແລະ ການນຳຂັ້ນສູງ 2 ປະເທດ, ບັນດາເອກະສານທີ່ໄດ້ລົງນາມກໍ່ຄືບັນດາການເຄື່ອນໄຫວຂອງວິສາຫະກິດ.

        ທັງ ເອທີໂອປີ ແລະ ອີຢິບ ໄດ້ສະຫງວນໃຫ້ ທ່ານປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ການຕ້ອນຮັບທີ່ອົບອຸ່ນ, ສົມກຽດ, ສະໜິດສະໜົມ ດ້ວຍພິທີຕ້ອນຮັບສູງສຸດທີ່ສະຫງວນໃຫ້ປະມຸກລັດ. ສິ້ນສຸດການຢ້ຽມຢາມ, ຢູ່ທັງ ເອທີໂອປີ ແລະ ອີຢິບ, 2 ຝ່າຍລ້ວນແຕ່ອອກຖະແຫຼງການຮ່ວມ, ວາງອອກບັນດາການກຳນົດທິດໃຫຍ່, ເປັນພື້ນຖານເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ ຫວຽດນາມ - ເອທີໂອປີ, ຫວຽດນາມ - ອີຢິບ ໃນໄລຍະຈະມາເຖິງກ່ວາອີກ.

(ແຫຼ່ງຄັດຈາກ VOV)


ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top