• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ຫວຽດນາມ ຂອງຜູ້ມີອຳນາດເຕັມ David Hurley ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ

ໃນສະພາບການນັ້ນ, ການຢ້ຽມຢາມຂອງຜູ້ມີອຳນາດເຕັມ David Hurley ຢູ່ ຫວຽດນາມ ກໍ່ແມ່ນຂີດໝາຍໃຫຍ່ ແລະ ມີຄວາມໝາຍສຳຄັນໃນການພົວພັນທາງການທູດລະຫວ່າງສອງປະເທດ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃນການພົບປະກັບຜູ້ມີອຳນາດເຕັມ ອົດສະຕາລີ ໃນເດືອນ ພະຈິກ 2022  

ຕອນເຊົ້າວັນທີ 3 ເມສາ, ທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ແລະ ພັນລະຍາ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ເປັນເວລາ 4 ວັນຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ. ຕາມແຈ້ງການທາງການຂອງທັງສອງຝ່າຍແລ້ວ, ໃນການຢ້ຽມຢາມ, ນອກຈາກການເຈລະຈາກັບທ່ານປະທານປະເທດ ຫວໍວັນເຖືອງ ແລ້ວ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ David Hurley ກໍ່ຈະມີການພົບປະກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

ກ່ອນການຢ້ຽມຢາມ, ທ່ານ ປອ ຫງວຽນຮົ່ງຫາຍ, ນັກຄົ້ນຄ້ວາຂອງສູນ ນະໂຍບາຍ ໃນອະນາຄົດ, ມະຫາວິທະຍາໄລ Queensland (ປະເທດ ອົດສະຕາລີ), ຢັ້ງຢືນວ່າ ການຢ້ຽມຢາມສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ຕາມທ່ານ ປອ ຫງວຽນຮົ່ງຫາຍ ແລ້ວ, ໃນປີນີ້, ຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງ 2 ວັນບຸນໃຫຍ່ໃນການພົວພັນສອງປະເທດ, ນັ້ນແມ່ນ: 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (26 ກຸມພາ 1973 – 26 ກຸມພາ 2023) ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (15 ມີນາ 2018 – 15 ມີນາ 2023). ໃນສະພາບການນັ້ນ, ການຢ້ຽມຢາມຂອງຜູ້ມີອຳນາດເຕັມ David Hurley ຢູ່ ຫວຽດນາມ ກໍ່ແມ່ນຂີດໝາຍໃຫຍ່ ແລະ ມີຄວາມໝາຍສຳຄັນໃນການພົວພັນທາງການທູດລະຫວ່າງສອງປະເທດ. ການຢ້ຽມຢາມຢັ້ງຢືນເລື່ອງສືບຕໍ່ເພີ່ມທະວີການພົບປະຂັ້ນຕ່າງໆ ແລະ ຂັ້ນສູງ, ຜ່ານນັ້ນກໍ່ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ແມ່ນຄວາມເຫັນດີເຫັນພ້ອມລະຫວ່າງການນຳຂັ້ນສູງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top