• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ຫວຽດນາມ ຂອງ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກເດນມາກ ໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ດີຍິງຂຶ້ນອີກ

ເປົ້າໝາຍຂອງການຢ້ຽມຢາມແມ່ນ ເພື່ອປຶກສາຫາລືກ່ຽວກັບອະນາຄົດສີຂຽວ, ຄວາມໝັ້ນຄົງ ແລະ ບັນດາມາດຕະການແກ້ໄຂລວມ.

ເປົ້າໝາຍຂອງການຢ້ຽມຢາມແມ່ນ ເພື່ອປຶກສາຫາລືກ່ຽວກັບອະນາຄົດສີຂຽວ, ຄວາມໝັ້ນຄົງ ແລະ ບັນດາມາດຕະການແກ້ໄຂລວມ.

    

ທ່ານນາງ ຮອງລັດຖະມົນຕີ ລີນາ ແຮນເຊັນ

(ພາບ: TTXVN)

 ເນື່ອງໃນໂອກາດ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ພ້ອມກັບ ເຈົ້າຍິງ ແມຣີ ເອລິຊາເບດ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 31 ຕຸລາ ເຖິງ ວັນທີ 3 ພະຈິກ ຕາມຄຳເຊີນຂອງ ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ, ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳເດນມາກ ໄດ້ສຳພາດທ່ານນາງ ລີນາ ແຮນເຊັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເດັນມາກ ຜູ້ຮັບຜິດຊອບວຽກງານການຄ້າ ແລະ ຄວາມໝັ້ນຄົງທົ່ວໂລກ ກ່ຽວກັບເປົ້າໝາຍ ແລະ ຄວາມໝາຍໃນການຢ້ຽມຢາມ ກໍ່ຄືແງ່ຫວັງໃນການຮ່ວມມືລະຫວ່າງສອງປະເທດ.

        ທ່ານນາງ ຮອງລັດຖະມົນຕີ ລີນາ ແຮນເຊັນ ໃຫ້ຮູ້ວ່າ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ພ້ອມກັບ ເຈົ້າຍິງ ແມຣີ ເອລິຊາເບດ ໄດ້ນຳໜ້າຄະນະຜູ້ແທນວິສາຫະກິດໃຫ່ຍ ປະກອບດ້ວຍດ້ວຍ 30 ກວ່າບໍລິສັດ ກ່ຽວກັບຂົງເຂດສີຂຽວຄື ພະລັງງານແຮງລົມ, ການຄຸ້ມຄອງ ແລະ ນຳໃຊ້ພະລັງງານຢ່າງປະສິດທິຜົນ. ເປົ້າໝາຍຂອງການຢ້ຽມຢາມແມ່ນ ເພື່ອປຶກສາຫາລືກ່ຽວກັບອະນາຄົດສີຂຽວ, ຄວາມໝັ້ນຄົງ ແລະ ບັນດາມາດຕະການແກ້ໄຂລວມ, ທ່ານນາງ ຮອງລັດຖະມົນຕີ ລີນາ ແຮນເຊັນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະເປັນໂອກາດ ເພື່ອໃຫ້ວິສາຫະກິດ ເດນມາກ ໄດ້ພົບພໍ້ກັບບັນດາບໍລິສັດ ແລະ ບັນດາຜູ້ຊ່ຽວຊານ ຫວຽດນາມ, ຜ່ານນັ້ນ ກໍ່ສ້າງບັນດາການພົວພັນກໍ່ຄືກັບບັນດາ ອົງການ ຂອງຫວຽດນາມ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າເກົ່າອີກ. ກ່ຽວກັບການພົວພັນສອງຝ່າຍ, ທ່ານນາງ ຮອງລັດຖະມົນຕີ ລີນາ ແຮນເຊັນ ຫວັງວ່າ ສອງປະເທດຈະສາມາດສ້າງບັນດາມາດຕະການການແກ້ໄຂຢ່າງມີຫົວຄິດປະດິດສ້າງ ແລະ ມາດຕະການການແຂ້ໄຂສີຂຽວທີ່ດີກວ່າໃນອານາຄົດ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top