• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ໄທ - ຫວຽດນາມ ຂະຫຍັນຂັນເຄື່ອນ ແລະ ນັບມື້ນັບມີຍຸດທະສາດກວ່າ

ນັກຮຽນຮູ້ ກະວີ ຈົງກິດຕະວອນ ຕີລາຄາວ່າ ການຢ້ຽມຢາມ ໄປ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແມ່ນກົງກັບໂອກາດດ້ວຍຫຼາຍເຫດຜົນ.
  ທ່ານນາງ ກະ​ວ​ີ ຈົງ​ກິດ​ຕະ​ວອນ, ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ກ່​ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ (ພາບ: TTXVN)  

ການ​ພົວ​ພັນ ໄທ - ຫວຽດ​ນາມ ຂະ​ຫຍັນ​ຂັນ​ເຄື່ອນ ແລະ ນັບ​ມື້ນັບ​ມີ​ຍຸດ​ທະ​ສາດກວ່າ, ພິ​ເສດ​ແມ່ນ​ໃນ 2 ທົດ​ສະ​ວັດ​ຜ່ານ​ມາ ເມື່ອ​ສະ​ພາບ​ພູມ​ສາດ​ການ​ເມືອງ​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ນັກ​ຮຽນ​ຮູ້​ ໄທ ທ່ານນາງ ກະ​ວ​ີ ຈົງ​ກິດ​ຕະ​ວອນ, ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ກ່​ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ, ໃນ​ການ​ແລກ​ປ່ຽນ​ກັບ​ນັກ​ຂ່າວຢູ່ ບາງ​ກອກ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ໄທ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດນາມ ແລະ ພັນ​ລະ​ຍາ ແຕ່​ວັນ​ທີ 27 – 29 ພຶດ​ສະ​ພາ.

ນັກ​ຮຽນ​ຮູ້​ ກະ​ວ​ີ ຈົງ​ກິດ​ຕະ​ວອນ ຕີ​ລາ​ຄາ​ວ່າ ການ​ຢ້ຽມ​ຢາມ​ ໄປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແມ່ນກົງ​ກັບ​ໂອ​ກາດ​ດ້ວຍ​ຫຼາຍ​ເຫດຜົນ. ທີ 1, ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ເຕີບ​ໂຕ​ຢ່າງ​​ເປັນ​ປົກ​ກະ​ຕິ​ປະ​ມານ 8% ໄດ້​ຍົກ​ສູງ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ຄື​ດັ່ງ​ກຳ​ລັງ​ໜູນ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້. ທີ 2, ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ທະ​ວີບ, ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກວ່າ​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ ໄດ້​ສົ່ງ​ຜົ​ນ​ສ​ະ​ທ້ອນ​ເຖິງ​ສັບ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ຢູ່​ພາກ​ພື້ນມະ​ຫາ​ສະ​ໝຸດ ອິນ​ເດຍ - ປ​າ​ຊີ​ຟິກ. ສຸດ​ທ້າຍ, 2 ປະ​ເທດ​ພວມ​ປະ​ຕິ​ບັດ​ວິ​ໄສ​ທັດ ອາ​ຊຽນ ກ່ຽວ​ກັບ​ພາກ​ພື້ນ ມະ​ຫາ​ສະ​ໝຸດ ອິນ​ເດຍ - ປ​າ​ຊີ​ຟິກ ໃນ​ທຸກ​ຂົງ​ເຂດ​ທີ່​ໃຫ້​ບຸ​ລິ​ມະ​ສິດ. ສະ​ນັ້ນ​, ການ​ຢ້ຽມ​ຢາມ​ໄດ້​ສ້າງ​ກຳ​ລັງ​ໜູນ​ຢ່າງ​ແຮງກວ່າ​ໃຫ້​ແກ່​ການ​ພົ​ວ​ພັນ ໄທ - ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຮອດ ບາງກອກ, ສືບຕໍ່ການຢ້ຽມຢາມ ໄທ ຢ່າງເປັນທາງການ

ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບການນຳ TCC Group ຂອງ ໄທ.

Top