• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

      ທາງນະຄອນ ໂຮ່ຈີມີນ ສະເໝີເພີ່ມທະວີແຫຼ່ງກຳລັງເພື່ອໜູນຊ່ວຍຂະແໜງສາທາລະນະສຸກນະຄອນ ໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ພວມມີການຜັນແປຢ່າງສັບສົນຄືໃນປະຈຸບັນ
(ເລີ່ມສີດຢາຂ້າເຊື້ອເມືອງ ບິ່ງແຈງ ແລະ ນະຄອນ ຖູດຶກ ທັງໝົດ)
      ຕອນເຊົ້າວັນທີ 23 ກໍລະກົດ, ກອງບັນຊາການທະຫານນະຄອນ ໂຮ່ຈີມິນ ສົມທົບກັບກອງພົນນ້ອຍເຄມີ 87 ແລະ ກອງພັນນ້ອຍເຄມີ 38 ເລີ່ມສີດຢາຂ້າເຊື້ອເມືອງ ບິ່ງແຈງ ແລະ ນະຄອນ ຖູດຶກ ທັງໝົດ, ເປີດສາກໃຫ້ການສີດຢາຂ້າເຊື້ອທົ່ວນະຄອນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
        ຢູ່ເມືອງ ບິ່ງແຈງ, ກຳລັງທະຫານເຄມີໄດ້ສົມທົບກັບກອງບັນຊາການທະຫານ, ອຳນາດການປົກຄອງທ້ອງຖິ່ນໄດ້ສີດຢາຂ້າເຊື້ອຢູ່ຫຼາຍເສັ້ນທາງດ້ວຍຢາ Cloramin B ເພື່ອຂ້າເຊື້ອ, ທຳຄວາມສາອາດອາກາດຢູ່ບັນດາເຂດມີເຊື້ອພະຍາດ.ສ່ວນຢູ່ນະຄອນ ຖູດຶກ, ກຳລັງທີ່ມີໜ້າທີ່ກໍ່ຜັນຂະຫຍາຍການສີດຢາຂ້າເຊື້ອຢູ່ບາງເຂດຊຸມຊົນທີ່ພວມຖືກລອກດາວ.
        ທາງນະຄອນ ໂຮ່ຈີມີນ ກໍ່ສະເໝີເພີ່ມທະວີແຫຼ່ງກຳລັງເພື່ອໜູນຊ່ວຍຂະແໜງສາທາລະນະສຸກນະຄອນ ໂຮ່ຈີມິນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ພວມມີການຜັນແປຢ່າງສັບສົນຄືໃນປະຈຸບັນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫາກໍ່ສົ່ງເອກະສານຕໍ່ທ່ານນາຍົກລັດຖະມົນຕີສະເໜີການໜູນຊ່ວຍແຫຼ່ງກຳລັງການແພດເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ. ຕາມນັ້ນແລ້ວ, ຄະນະກຳມະການປະຊາຊົນສະເໜີຕໍ່ທ່ານນາຍົກລັດຖະມົນຕີ ຈັດແບ່ງບຸກຄະລາກອນ 5.000 ຄົນ ລວມມີແພດໝໍ, ພະຍາດບານ, ນັກເຕັກນິກ ໃຫ້ນະຄອນ. ນອກນັ້ນ, ທາງນະຄອນກໍ່ສະເໜີໜູນຊ່ວຍພາລະກອນມີວິຊາຊີບດ້ານການແພດຕື່ມອີກ 2.000 ຄົນເຂົ້າຮ່ວມການເກັບເອົາຕົວຢ່າງວິໄຈ.
AstraZeneca ໄດ້ສົ່ງວັກຊິນກັນໂຄວິດ-19 ຈຳນວນ 1.228.500 ໂດສ ຕື່ມອີກໃຫ້ແກ່ນະຄອນ ໂຮ່ຈີມິນ
(ພາບ: VNVC)
      ກ່ຽວຂ້ອງເຖິງແຫຼ່ງວັກຊິນ, ຕອນເຊົ້າວັນທີ 23 ກໍລະກົດ, AstraZeneca ໄດ້ສົ່ງວັກຊິນກັນໂຄວິດ-19 ຈຳນວນ 1.228.500 ໂດສ ຕື່ມອີກໃຫ້ແກ່ນະຄອນ ໂຮ່ຈີມິນ. ນີ້ແມ່ນການສົ່ງວັກຊິນຄັ້ງທີ 5 ແລະ ກໍ່ແມ່ນຈຳນວນວັກຊິນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ຕາມສັນຍາສັ່ງຊື້ກ່ອນລະຫວ່າງ AstraZeneca ແລະ ບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ, ພາຍໃຕ້ການໜູນຊ່ວຍຂອງກະຊວງສາທາລະນະສຸກຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top