ຂ່າວສານ
ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ
“ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ”. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູກກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມທົ່ວປະເທດສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ຈັດຂຶ້ນໃນຕອນເຊົ້າວັນທີ 11 ທັນວາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ.
ທີ່ກອງປະຊຸມ, ພາຍຫຼັງຮັບເອົາຄຳເຫັນປະກອບທີ່ສຸດຈິດສຸດໃຈຈາກບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ຕ້ອງສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້, ເດັດດຽວ, ຢຶດໝັ້ນ, ບໍ່ມີເຂດຫ້າມ, ບໍ່ມີການຍົກເວັ້ນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ:
“ຄຳຮຽກຮ້ອງທີ 1ແມ່ນ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຖືຜົນປະໂຫຍດແຫ່ງຊາດ, ຂອງຊາດ, ຜົນປະໂຫຍດຂອງປະຊາຊົນເໜືອກວ່າສິ່ງໃດໝົດ, ປະກອບສ່ວນກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ສັດຊື່ບໍລິສຸດຢ່າງແທດຈິງ, ຮັບໃຊ້ປະຊາຊົນ ແລະ ຊຸກຍູ້ການພັດທະນາປະເທດຊາດ”.
ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຖືວ່າ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟື້ອຍ, ຫຍໍ້ທໍ້ ຕ້ອງຫັນໄປສູ່ການສະກັດກັ້ນ, ຖືການສະກັດກັ້ນເປັນຕົ້ນ, ເປັນຈຸດສຸມຢ່າງແຮງ.







