• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫວຽດນາມ ແລະ ຈີນແລກປ່ຽນຈົດໝາຍອວຍພອນປີໃໝ່

 ວັນທີ 28 ມັງກອນປີ 2019 (ກົງກັບວັນທີ 23 ເດຶອນ 12 ປີຈໍ),  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານ ເລຂາທິການໃຫຍ່ ປະທານປະເທດຈີນ ສີຈີ້ນຜິງ ໄດ້ແລກປ່ຽນຈົດຫມາຍ ອວຍພອນປີໃໝ່ເນື່ອງໃນໂອກາດປະຊາຊົນສອງປະເທດຫວຽດນາມ ແລະ ຈີນກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ.


ພາບປະກອບ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ ສາຍພົວພັນຖານບ້ານໃກ້ ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດທີ່ບັນລຸໄດ້ບັນດາໝາກຜົນອັນດີງາມໃນປີທີ່ຜ່ານມາ.ການພົບປະ ຂັ້ນສູງກໍສືບຕໍ່ ປະຕິບັດ, ການຮ່ວມມືໃນທຸກຂົງເຂດກໍຮັບການ ຊຸກຍູ້ຢ່າງຕັ້ງໜ້າ,  ການພົວພັນມິດຕະພາບລະຫວ່າງ 2 ປະເທດ ໄດ້ຮັບການເພີມທະວີ, ປະກອບສ່ວນນຳສາຍພົວພັນຄູ່ຮ່ວມມື ຍຸດທະສາດພັດທະນາອັນດີງາມ ແລະ ໝັ້ນຄົງ.

     ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ມີຄວາມຫວັງວ່າ ໃນປີ 2019, ມຸ່ງໄປສູ່ການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງການພົວພັນທາງການທູດຂອງ 2 ປະເທດ, 2 ຝ່າຍຈະມານະພະຍາຍາມກ່ວາອີກ ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພີ່ມທະວີການພົບປະແລກປ່ຽນຂັ້ນສູງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ, ລົງເລິກເຂົ້າສູ່ການຮ່ວມມືໃນທຸກຂົງເຂດ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເທົາທີ່ຄວນ, ນຳການພົວພັນລະຫວ່າງ 2 ພັກ, 2 ລັດ ສືບຕໍ່ພັດທະນາໃຫ້ດີຍິ່ງໆຂຶ້ນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top