• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ, ລັດຖະບານຫວຽດນາມພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນຕ້ອນຮັບບຸນເຕັດ

      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍຖືພໍ່ແມ່ພີນ້ອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນຕ້ອນຮັບບຸນເຕັດ
      ໂດຍນອນໃນບັນດາການເຄື່ອນໄຫວຂອງລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018”, ວັນທີ 7 ກຸມພາ,  ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ ຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນປະເທດ ເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018-ຫວຽດນາມສະຫວ່າງສະໄຫວໃນອະນາຄົດ”. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍຖືພໍ່ແມ່ພີນ້ອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້. ທ່ານໃຫ້ຮູ້ວ່າ ພັກ ແລະ ລັດຈະສືບຕໍ່ເອົາໃຈໃສ່ແກ້ໄຂຕາມຄວາມມຸ່ງຫວັງຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ສ້າງເງື່ອນໄຂເພື່ອໃຫ້ ຊາວຫວຽດນາມອາໄສຢູ່ຕ່າງປະເທດຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນ ແລະ ປະກອບສ່ວນພັດທະນາປະເທດຊາດ.
       ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພ້ອມກັບພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄປຖະຫວາຍທູບທຽນບູຊາຢູ່ພະລາດຊະວັງ ທັງລອງ.
     ທີ່ການຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ 100 ຄົນກັບຄືນຕ້ອນຮັບບຸນເຕັດ ຕາມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018” ຊຶ່ງຖືກຈັດຂຶ້ນໃນວັນທີ 7 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ :  “ລັດຖະບານໂດຍປະຊາຊົນ, ເພື່ອປະຊາຊົນ, ໃນນັ້ນ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້”. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນບັນດາຜົນງານລວມຂອງປະເທດຊາດໃນປີ 2017 ກໍມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ. 
 (ແຫຼ່ງຄັດຈາກ VOV)
 

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top