• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາປະເທດ, ພັກການເມືອງແລະເພື່ອນມິດສາກົນສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຫງວຽນຝູຈ້ອງ

ການນຳບັນດາປະເທດ, ບັນດາພັກການເມືອງ ແລະ ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ໃນຊຸມມື້ທີ່ຜ່ານມາ, ການນຳບັນດາປະເທດ, ບັນດາພັກການເມືອງ ແລະ ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13. ໃນນັ້ນມີສານອວຍພອນຂອງປະທານາທິບໍດີ ຝະລັ່ງ Emmanuel Macron; ນາຍົກລັດຖະມົນຕີໄທ Prayut Chan-ocha ; ປະທານາທິບໍດີອີຢິບ Abdel Fattah Al Sisi; ຮອງປະທານພັກ ປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ Samdech Say Chchum ; ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug; ປະທານພັກແນວໂຮມປົດປ່ອຍ ໂມຊຳບິກ, ປະທານາທິບໍດີ ໂມຊຳບິກ Filipe Nyusi; ປະທານພັກ Nur Otan Kazakhstan Nursultan Nazarbayev ; ປະທານພັກ ກອມມູນິດຍີປຸ່ນ Shii Kazuo; ປະທານພັກປະຊາທິປະໄຕໃຕ້ລັດຖະທຳມະນູນ ຍີປຸ່ນ Edano Yukio ; ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ເມກຊິກໂກ Paven Blanco Cabrena ; ເລຂາທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ການາດາ Pauline Easton ແລະ ອື່ນໆ.
(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ແຕ່ວັນທີ 07 – 09 ມິຖຸນາ 2026.

Top