• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນໂຮ່ຈີມິນຕ້ອນຮັບຄະນະຜູ້ແທນແຂວງຊຽງຂວາງ ແລະ ກະຊວງປ້ອງກັນຄວາມສະຫງົບລາວ

      ວັນທີ 15 ກັນຍາ, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເລແທງລຽມ ມີການຕ້ອນຮັບຄະນະຜູ້ແທນແຂວງຊຽງຂວາງ ( ປະເທດລາວ ) ແລະ ກະຊວງປ້ອງກັນຄວາມສະຫງົບລາວ

ການນຳນະຄອນໂຮ່ຈີມິນຕ້ອນຮັບຄະນະຜູ້ແທນແຂວງຊຽງຂວາງ (ພາບ: VOH)
      ໂດຍ ທ່ານ ຄຳແສນ ມະນີວົງ, ຮອງເຈົ້າແຂວງ ແຂວງຊຽງຂວາງນຳໜ້າ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ເລແທງລ່ຽມ ແບ່ງປັນວ່າ, ນະຄອນ ໂຮ່ຈີມິນຍາມໃດກໍ່ເຄົາລົບ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາຄະນະ, ຂະແໜງການຂອງລາວ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ  - ລາວ, ໃນນັ້ນມີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ແຂວງ ຊຽງຂວາງ.
ສ່ວນທ່ານ ຄຳແສນ ມະນີວົງ ໄດ້ສະແດງຄວາມຂອບໃຈນະຄອນ ໂຮ່ຈີມິນ ໄດ້ມີການໜູນຊ່ວຍ, ປະກອບສ່ວນໃນການພັດທະນາເສດຖະກິດ ສັງຄົມຂອງແຂວງ ຊຽງຂວາງໃນຕະຫຼອດໄລຍະຜ່ານມາ, ໃນນັ້ນມີບັນດາໂຄງການລະອຽດ ໄດ້ຮັບການຜັນຂະຫຍາຍຢູ່ ຊຽງຂວາງ. ສິ່ງດັ່ງກ່າວປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ກໍ່ຄືລະຫວ່າງສອງທ້ອງຖີ່ນໃຫ້ສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top