• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທູດ ຫວຽດນາມ ສະແດງໃຫ້ເຫັນຄຸນນະທາດ, ເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມຮັບຜິດຊອບ

ຢູ່ນອກກອງປະຊຸມການທູດຄັ້ງທີ 33 ທີ່ພວມຈັດຂຶ້ນຢູ່ ຮ່າໂນ້ຍ, ບັນດານັກການທູດຕ່າງປະເທດປະຈຳ ຫວຽດນາມ ໄດ້ແບ່ງປັນບັນດາການຕີລາຄາຢ່າງເລິກເຊິ່ງ ແລະ ຮອບດ້ານກ່ຽວກັບທີ່ຕັ້ງ ກໍຄືຄວາມເປັນເອກະລັກສະເພາະຂອງພື້ນຖານການທູດ ຫວຽດນາມ.
ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: VNA)

ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ, ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ ລາວ ປະ​ຈຳ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ພື້ນ​ຖານ​ການ​ທູດ ຫວຽດ​ນາມ ພວມ​ຫັນ​ປ່ຽນ​ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ. ຫວຽດ​ນາມ ເປັນ​ເຈົ້າ​ການກວ່າ​ໃນ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ກຳ​ນົດ​ສ້າງ​ຮູບ​ແບ​ບ​ຂໍ້​ລິ​ເລີມ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ສົນ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແກ​້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ. ສິ່ງ​ດັ່ງ​ກ່າວ​ສ່ອງ​ແສງ​​ເຖິງການ​ເຕີບ​ໃຫຍ່​ຂອງ​ພື້ນ​ຖານ​ການ​ທູດ ຫວຽດ​ນາມ ກໍ​ຄື​ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ.

​ ໂດຍມີ​ຄວາມ​ເຫັນ​ເຊ​ັ່ນ​ດຽວ​ກັນ, ທ່ານ Ito Naoki, ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ​ປະ​ຈຳ ຫວຽດ​ນາມ ຖື​ວ່າ ເລື່ອງ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ທູດ​ເສດ​ຖະ​ກິດ, ຍູ້​ແຮງ​ການ​ດຶງ​ດູດ​ແຫຼ່ງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ແລະ ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ລະ​ດັບ​ວິ​ຊາ​ສະ​ເພາະ​ສູງ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຕໍ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ເທົ່າ​ນັ້ນ, ຫ​າກ​ຍັງ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ແລະ ຄວາມ​ໝັ້ນ​ຄົງ​ເສດ​ຖະ​ກິດ​ພາກ​ພື້ນອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຫັນອິດທິພົນຊື່ສຽງການຕ່າງປະເທດໃຫ້ກາຍເປັນແຫຼ່ງກຳລັງພັດທະນາ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ຂະແໜງການທູດຕ້ອງປ່ຽນແປງໃໝ່ຈິນຕະນາການ, ແບບວິທີຢ່າງແທ້ຈິງ, ມຸ່ງໄປເຖິງໝາກຜົນ ແລະ ຜະລິດຕະພັນສຸດທ້າຍ.

Top