• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຄຸ້ມຄອງບໍລິຫານພາກລັດຮັກສາທີ່ຕັ້ງສຳຄັນໃນວິວັດການພັດທະນາປະເທດຊາດ

ຕອນເຊົ້າວັນທີ 28 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນບໍລິຫານ ແລະ ຄຸ້ມຄອງພາກລັດ.
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທີ່ການເຮັດວຽກ)  

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ 70 ປີຜ່ານມານັບແຕ່ວັນສ້າງຕັ້ງ, ສະຖາບັນຍາມໃດກໍ່ແມ່ນກຳລັງແກ່ນສານໃນການບຳລຸງສ້າງພະນັກງານ, ລັດຖະກອນ, ດ້ວຍຂີດໝາຍພົ້ນເດັ່ນຫຼາຍຢ່າງ, ຮັກສາທີ່ຕັ້ງສຳຄັນໃນວິວັດການພັດທະນາປະເທດຊາດ. ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ:

        “ຕ້ອງສ້າງລະບົບຊີວະພາບການສຶກສາ, ບຳລຸງສ້າງ, ຄົ້ນຄວ້າວິທະຍາສາດຢ່າງຮອບດ້ານ ແລະ ກວມລວມກ່ຽວກັບການບໍລິຫານ ແລະ ຄຸ້ມຄອງພາກລັດໃນສັງກາດໃໝ່; ປ່ຽນແປງໃໝ່ການສຶກສາ, ບຳລຸງສ້າງ, ການຄົ້ນຄວ້າວິທະຍາສາດຢ່າງແຮງ ໂດຍອີງໃສ່ບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດ; ພັດທະນາສະຖາບັນ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ”.

        ທ່ານນາຍົກລັດຖະມົນຕີສະເໜີສະຖາບັນນຳໜ້າໃນການຫັນບັນດາມະຕິຂອງພັກໃຫ້ປະກົດຜົນເປັນຈິງ; ປ່ຽນແປງໃໝ່ວິທີການສິດສອນ, ຍົກສູງຄຸນນະພາບການຄົ້ນຄວ້າ; ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີ…

(ແຫຼ່ງຄັດຈາກ VOV)

ອາເມລິກາ ບຸກໂຈມຕີ ອີຣານ

ອາເມລິກາ ບຸກໂຈມຕີ ອີຣານ

ວັນທີ 28 ກຸມພາ, ສື່ມວນຊົນ ອາເມລິກາ ໃຫ້ຂ່າວວ່າ, ປະເທດນີ້ພວມເຂົ້າຮ່ວມບັນດາການບຸກໂຈມຕີເຂົ້າໃສ່ ອີຣານ ພ້ອມກັບ ອິດສະຣາແອັນ, ແລະ ບັນດາການບຸກໂຈມຕີກໍ່ພວມດຳເນີນໄປ.

Top