• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ຕຳຫຼວດ​ຜັນ​ຂະ​ຫຍາຍ​ກຳ​ລັງ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 80 ປີ

ເຂົ້າຮ່ວມບັ້ນເຄື່ອນໄຫວນີ້ມີພະນັກງານ, ນັກຮົບເກືອບ 1.300 ສະຫາຍ ແລະ 100 ຍານພາຫະນະສະເພາະກິດ.
ພິທີຜັນຂະຫຍາຍກຳລັງປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ພິທີສະເຫຼີມສະຫຼອງ (ພາບ: nhandan.vn)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ກະຊວງຕຳຫຼວດ ຫວດຽດນາມ ໄດ້ຈັດພິທີຜັນຂະຫຍາຍກຳລັງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນພິທີສະເຫຼີມະສະຫຼອງ ແລະ ເດີນຂະບວນ, ສວນສະໜາມ ວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມທີ 2 ກັນຍາ ຄົບຮອບ 80 ປີ.

ທ່ານພົນໂທ ຟ້າມເຖຕຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເນັ້ນໜັກວ່າ: ພິທີສະເຫຼີມະສະຫຼອງ ແລະ ເດີນຂະບວນ, ສວນສະໜາມ ວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມທີ 2 ກັນຍາ ຄົບຮອບ 80 ປີ ແມ່ນເຫດການການເມືອງ - ປະຫວັດສາດທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນສາມປີຜ່ານມາ, ດັ່ງນັ້ນ ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຕ້ອງໄດ້ຮັບການຜັນຂະຫຍາຍຢູ່ລະດັບສູງສຸດ, ບໍ່ປະໃຫ້ເກີດການຜິດພາດໃດໆຢ່າງເດັດຂາດ.

ເຂົ້າຮ່ວມບັ້ນເຄື່ອນໄຫວນີ້ມີພະນັກງານ, ນັກຮົບເກືອບ 1.300 ສະຫາຍ ແລະ 100 ຍານພາຫະນະສະເພາະກິດ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top