ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ (ພາບ: TTXVN)
ຈຳນວນກໍລະນີຕິດເຊື້ອໃໝ່ໄດ້ຫລຸດລົງໃນຊຸມວັນມໍ່ໆມານີ້. ເຖິງຢ່າງໃດກໍ່ຕາມ, ບ່ອນແຜ່ລະບາດຢູ່ແຂວງ ຫາຍເຢືອງ ແລະ ຮ່າໂນ້ຍ ຍັງມີການຜັນແປຢ່າງສັບສົນຢູ່, ຍາກທີ່ຈະຄາດຄະເນ ລ່ວງໜ້າໄດ້. ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:
“ສຳລັບວຽກງານວິໄຈຫາເຊື້ອ, ພວກເຮົາໄດ້ເພີ່ມທະວີການວິໄຈຫາເຊື້ອດ້ວຍຈຳນວນຫລາຍ. ນັບແຕ່ວັນທີ 25 ກໍລະກົດ ເປັນຕົ້ນມາ, ຈຳນວນການວິໄຈຫາເຊື້ອແມ່ນເທົ່າກັບຍອດຈຳນວນການວິໄຈຫາເຊື້ອຂອງ 6 ເດືອນກ່ອນນີ້.”ກະຊວງສາທາລະນະສຸກ ຫວຽດນາມ ຈະສືບຕໍ່ເພີ່ມທະວີກຳລັງຄວາມສາມາດການວິໄຈຫາເຊື້ອ, ພ້ອມທັງ ຮຽກຮ້ອງໃຫ້ປະຊາຊົນປະຕິບັດບັນດາຄຳຕັກເຕືອນຂອງຂະແໜງສາທາລະນະສຸກຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)