• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງພາຍໃນຢືນຢັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ຮັບປະກັນສິດທິມະນຸດ

ປີ 2025, ທາງກະຊວງໄດ້ຜັນຂະຫຍາຍຫຼາຍໜ້າທີ່ສຳຄັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ.
(ທີ່ກອງປະຊຸມ)

ຕອນເຊົ້າວັນທີ 18 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານສິດທິມະນຸດປີ 2025 ແລະ ຜັນຂະຫຍາຍໜ້າທີ່ປິ 2026, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສິດທິມະນຸດໂລກ ດ້ວຍຫົວຂໍ້ “ສິດທິມະນຸດ: ບັນດາຄຸນຄ່າຈຳເປັນໃນແຕ່ລະວັນ” ໂດຍສະຫະປະຊາຊາດໄດ້ເລືອກໃຫ້ປີ 2025.

        ລາຍງານທີ່ກອງປະຊຸມ, ທ່ານ ຫວູຈຽນທັງ, ຮອງລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ວ່າ, ປີ 2025, ທາງກະຊວງໄດ້ຜັນຂະຫຍາຍຫຼາຍໜ້າທີ່ສຳຄັນ ເພື່ອປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ. ກ່ຽວກັບສິດອອກແຮງງານ ແລະ ວຽກເຮັດງານທຳ, ທ່ານ ຫວູຈຽນທັງ, ເນັ້ນໜັກວ່າ:

        “ສິດວຽກເຮັດງານທຳ, ສິດອອກແຮງງານ, ພວກເຮົາພວມຕັ້ງໜ້າເພື່ອໃຫ້ປະຊາຊົນມີວຽກເຮັດງານທຳ. ສະນັ້ນ, ກົດໝາຍວ່າດ້ວຍວຽກເຮັດງານທຳສະບັບປັບປຸງໄດ້ປະກາດໃຊ້. ໃນຂອບເຂດແຮງງານຕ່າງປະເທດ, ທາງກະຊວງກໍ່ໄດ້ເຊັນຂໍ້ຕົກລົງຮ່ວມມືກັບບັນດາອົງການຢູ່ພາຍໃນ, ອົງການຈັດຕັ້ງບັນດາປະເທດເພື່ອຮັບປະກັນແຫຼ່ງກຳລັງຕ່າງປະເທດຂອງ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top