ໂດຍຮັບຄຳເຊີນຂອງກະຊວງປ້ອງກັນປະເທດ ຕວັກກີ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ, ເຂົ້າຮ່ວມງານວາງສະແດງອຸດສາຫະກຳປ້ອງກັນຊາດສາກົນ ຕວັກກີ 2025 (IDEF-2025), ຢູ່ ອິດສະຕານບຸນ, ຕວັກກີ.
ງານວາງສະແດງ IDEF ປີນີ້ ຈັດຂຶ້ນແຕ່ວັນທີ 22 – 27 ກໍລະກົດ, ໄດ້ເຕົ້າໂຮມຈຳນວນຫຼາຍຜະລິດຕະພັນ ແລະ ການບໍລິຫານ, ລວມທັງລະບົບທະຫານເຮືອ, ກອງທັບອາກາດ ແລະ ທະຫານບົກ, ເຄື່ອງອຸປະກອນດ້ານການທະຫານ, ອາວຸດ, ລູກປືນ ແລະ ເຄື່ອງອຸປະກອນເອເລັກໂຕນິກປ້ອງກັນຊາດ.
ເລືື່ອງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມງານວາງສະແດງແມ່ນເພື່ອສະແດງໃຫ້ເຫັນຄວາມເອົາໃຈໃສ່ຕໍ່ການຮ່ວມມືກັບສາກົນກ່ຽວກັບຂະແໜງອຸດສາຫະກຳປ້ອງກັນຊາດ, ຢືນຢົນວ່າ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ໄດ້ສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການແລກປ່ຽນ, ຮ່ວມມືກັບສາກົນໃນຂົງເຂດອຸດສາຫະກຳປ້ອງກັນຊາດ.