ຂ່າວສານ
ກະຊວງການຕ່າງປະເທດແຈ້ງຂ່າວກ່ຽວກັບບັນດາຂໍ້ຕົກລົງໃຫມ່ຂອງປະທານາທິບໍດີ ອາເມລິກາ D.Trump ສຳລັບນັກສຶກສາຕ່າງປະເທດ
ວັນທີ 29 ພຶດສະພາ ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວຂ້ອງເຖິງນະໂຍບາຍໃຫມ່ຂອງປະທານາທິບໍດີ ອາເມລິກາ D. Trump ຢຸດຕິການອອກວິຊາສຳລັບນັກສຶກສາ, ນັກຮຽນຕ່າງປະເທດກະກຽມໄປຮຽນຢູ່ ອາເມລິກາ ກໍ່ຄືຈຳກັດການຮັບສະຫມັກນັກຮຽນນັກສຶກສາຕ່າງປະເທດຢູ່ ມະຫາວິທະຍາໄລ Havard, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງໃຫ້ຮູ້ວ່າ:
“ກະຊວງການຕ່າງປະເທດ ກໍ່ຄືບັນດາອົງການຕາງຫນ້າຂອງຫວຽດນາມ ຢູ່ ອາເມລິກາ ພວມເຮັດວຽກກັບຝ່າຍ ອາເມລິກາ ເພື່ອຊອກຮູ້ກ່ຽວກັບຂ່າວຄາວດັ່ງກ່າວ. ພວກເຮົາລ້ວນແຕ່ຮູ້ວ່າ ຊ່ວງເວລານີ້ ແມ່ນຈຸດເວລາທີ່ມີນັກຮຽນ ນັກສຶກສາຕ່າງປະເທດຫລາຍຄົນ, ໃນນັ້ນ ມີນັກຮຽນນັກສຶກສາ ຫວຽດນາມ ກະກຽມເຮັດລະບຽບການຂໍວິຊາໄປຍັງ ອາເມລິກາ ເພື່ອຮ່ຳຮຽນພາຍໃຕ້ຮູບການໄປຮຽນແບບຈ່າຍເງິນເອງ ແລະ ໃຊ້ທຶນການສຶກສາ. ພວກຂ້າພະເຈົ້າປາດຖະຫນາວ່າ ເລື່ອງຂໍວິຊາສຳລັບນັກສຶກສາ ນັກຮຽນ ຫວຽດນາມ ຈະໄດ້ຮັບການປະຕິບັດຢ່າງສະດວກ ເພື່ອໃຫ້ການສຶກສາສືບຕໍ່ແມ່ນຫນຶ່ງໃນບັນດາຂົງເຂດຮ່ວມມືເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງປະເທດ ຫວຽດນາມ ແລະ ອາເມລິກາ”.