ຕອນເຊົ້າວັນທີ 12 ມີນາ, ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ສະພາເລືອກຕັ້ງແຫ່ງຊາດໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແລະ ເປີດສູນຖະແຫຼງຂ່າວການເລືອກຕັ້ງ.
ຢູ່ທີ່ນີ້, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນພິເສດ, ສະແດງໃຫ້ເຫັນສິດເປັນເຈົ້າຂອງປະຊາຊົນ ເມື່ອໄດ້ເລືອກຕັ້ງບັນດາຜູ້ແທນທີ່ເໝາະສົມໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສິດຜົນປະໂຫຍດອັນຊອບທຳຂອງຕົນໃນອົງການສິດອຳນາດຂອງລັດໂດຍກົງ. ທ່ານ ນາງ ຫງວຽນທິແທັງ, ເນັ້ນໜັກວ່າ.
“ມານະພະຍາຍາມໃຫ້ແກ່ວັນບຸນໃຫຍ່ຂອງປະຊາຊົນທົ່ວປະເທດ, ໃນໄລຍະຜ່ານມາ, ບັນດາອົງການໃນລະບົບການເມືອງ ຈາກສູນກາງລົງຮອດຂັ້ນທ້ອງຖິ່ນໄດ້ປະຕິບັດຕິດແທດກັບການຊີ້ນຳ, ນຳພາຂອງພັກ ແລະ ສະພາເລືອກຕັ້ງແຫ່ງຊາດ, ຕັ້ງໜ້າ, ຮີບເຮັງຜັນຂະຫຍາຍບັນດາວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢ່າງຮອບດ້ານ ຮັບປະກັນມີປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມຂໍ້ກຳນົດ, ປອດໄພ, ປະຢັດ”.
ຕາມບົດລາຍງາຍຂອງຫ້ອງ ການສະພາເລືອກຕັ້ງແຫ່ງຊາດແລ້ວ, ມາຮອດປະຈຸບັນ ວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງໄດ້ສຳເລັດໂດຍພື້ນຖານແລ້ວ. ກ່ຽວກັບວຽກງານບຸກຄະລາກອນ, ມີ 864 ສະຫາຍສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16 ຢູ່ 182 ຫົວໜ່ວຍເລືອກຕັ້ງ ເພື່ອເລືອກເອົາຜູ້ແທນ 500 ສະຫາຍ.








