• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​​ຄັ້ງທີ່ 1 ຂອງ ຄ​ະ​ນະ​ຊີ້​ນຳ​ແຫ່ງ​ຊາດ ກ່ຽວ​ກັບ IUU

 ທີ່ກອງປະຊຸມ, ທ່ານ ຈິ້ງດິ່ງຢຸ໊ງ ໄດ້ເນັ້ນໜັກເຖິງ ໜ້າທີ່ຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍແມ່ນໜ້າທີ່ການເມືອງອັນດັບຕົ້ນຂອງລັດຖະບານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ.

ທ່ານ ຈິ້ງດິ່ງຢຸ໊ງ ຮອງນາຍົກລັດຖະຕີ ຫວຽດນາມ ເປັນປະທານກອງປະຊຸມຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ (ພາບ: VGP/ເຍິດບັກ)

ຕອນເຊົ້າວັນທີ 21 ມິຖຸນາ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບຕ້ານການຂຸດຄົ້ນ ສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໄດ້ຈັດຕັ້ງກອງປະຊຸມຄັ້ງທຳອິດເພື່ອແນໃສ່ຕີລາຄາໝາກຜົນ, ຄວາມຄືບໜ້າຜັນຂະຫຍາຍການປະຕິບັດຕ້ານການຂຸດຄົ້ນ IUU ກໍ່ຄືການປຶກສາຫາລືກ່ຽວກັບວິທີການແກ້ໄຂບັນດາຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກຢູ່ບັນດາທ້ອງຖິ່ນ. ກອງປະຊຸມໂດຍທ່ານ ຈິ້ງດິ່ງຢຸ໊ງ ຮອງນາຍົກລັດຖະຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU ເປັນປະທານ, ຄາດຄະເນວ່າ 4 ເດືອນຕື່ມອີກ ຄະນະກວດກາຂອງຄະນະກຳມະການເອີລົບ (EC) ຈະມາກວດກາການປະຕິບັດບັນດາຄຳສະເໜີ ຂອງ EC ຢູ່ ຫວຽດນາມ, ພາຍຫຼັງ 2 ປີທີ່ຖືກບັດເຫຼືອງ.

ໃນການກວດກາຄັ້ງທີ 2 ນີ້, ຄະນະກວດກາຈະກວດກາ 4 ໝວດ ສະເໜີແນະ ຊຶ່ງ EC    ຮຽກຮ້ອງຕ້ອງການໃຫ້ ຫວຽດນາມ ຕ້ອງປະຕິບັດລວມມີ: ກອບນິຕິກຳ, ລະບົບການຕິດຕາມ, ຕິດຕາມກວດກາ ແລະ ຄວບຄຸນການເຄື່ອນໄຫວກ່ຳປັ່ນຫາປາ, ການປະຕິບັດກົດໝາຍ ແລະ ລະບຸແຫຼ່ງທີ່ມາ ຂອງສິນໃນນ້ຳ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top