ຂ່າວສານ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ: ຫວຽດນາມ ສວມບົດບາດສຳຄັນປະກອບສ່ວນສ້າງສັນຕິພາບ
ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ ຮ່າໂນ້ຍ, ທ່ານ Yamaguchi Tsuyoshi, ຫົວໜ້າຄະນະສາກົນ ພັກປະຊາທິປະໄຕອິດສະຫຼະ (LDP) ຍີ່ປຸ່ນ ຕີລາຄາວ່າ ພັກກອມມູນິດ ຫວຽດນາມ ສວມບົດບາດສຳຄັນທີ່ສຸດໃນການປະກອບສ່ວນສ້າງສັນຕິພາບ, ເພາະວ່າມີສັນຕິພາບ ຈຶ່ງມີຄວາມວັດທະນາຖາວອນ. ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ບົດບາດຂອງ ຫວຽດນາມ ແລະ ຍີ່ປຸ່ນ ໃນການຮ່ວມມືພ້ອມກັນປະກອບສ່ວນສ້າງສັງກາດໃໝ່ຍິ່ງນັບມື້ນັບມີຄວາມສຳຄັນ ແລະ ພັກກອມມູນິດ ຫວຽດນາມ ພວມສວມບົດບາດແກ່ນສານນີ້. ທ່ານ Yamaguchi Tsuyoshi ຫວັງວ່າ ຍີ່ປຸ່ນ ຈະສ້າງບັນດາຈຸດເຊື່ອມຕໍ່ໂດຍກົງກັບບັນດາການນຳຂອງພັກກອມມູນິດ ຫວຽດນາມ ໂດຍໄວ, ເພື່ອພ້ອມກັນປະກອບສ່ວນສ້າງສັນຕິພາບ ແລະ ຄວາມວັດທະນາຖາວອນໃຫ້ແກ່ພາກພື້ນ.
ໃນຂະນະນັ້ນ, ທ່ານ Benjamin Pestieau, ຮອງເລຂາທິການໃຫຍ່ພັກແຮງງານ ແບນຊິກ (PTB) ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ກາຍເປັນແຮງບັນດານໃຈສຳລັບຫຼາຍປະເທດ ຍ້ອນເສັ້ນທາງພັດທະນາມີສີສັນເປັນເອກະລັກສະເພາະ; ຫວຽດນາມ ປະສານສົມທົບຢ່າງກົມກຽວລະຫວ່າງການເຕີບໂຕເສດຖະກິດກັບການພັດທະນາມະນຸດ, ຫຼຸດຜ່ອນຄວາມທຸກຍາກ, ຮັກສາຄວາມເປັນເຈົ້າຍຸດທະສາດ ແລະ ເປັນເຈົ້າການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນລະບົບມູນຄ່າທົ່ວໂລກ.
ໂດຍສືບຕໍ່ລາຍການເຮັດວຽກໃນຕອນເຊົາວັນທີ 20 ມັງກອນ ທີ່ກອງປະຊຸມ, ທ່ານ ເຈິ່ນເກີມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ນຳສະເໜີບົດລາຍງານສຳຫຼວດຄືນການຊີ້ນຳ, ນຳພາຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII.
ຕອນບ່າຍວັນທີ 20 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ. ບັນດາຜູ້ແທນເຮັດວຽກຢູ່ໜ່ວຍງານ, ປຶກສາຫາລືກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.









