• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 12: ບາດ​ກ້າວ​ສຳ​ຄັນ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ ພັກ​ຄອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ທີ່ອັດລົງໃນທ້າຍອາທິດຜ່ານມາ ໄດ້ສ້າງຂີດໝາຍບາດກ້າວສຳຄັນໃນວິວັດການກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ໝາກຜົນຂອງກອງປະຊຸມໄດ້ສະແດງໃຫ້ເຫັນເຖິງນ້ຳໃຈປ່ຽນແປງໃໝ່ຈິນຕະນາການ, ການເຄື່ອນໄຫວຢ່າງຂ້ຽວຂາດ, ມີຄວາມສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ປະດິດຄິດສ້າງ - ພັດທະນາ ຢ່າງຈະແຈ້ງ.
ບັນຍາກາດຂອງກອງປະຊຸມ ຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ພາບ: VGP)

ກອງປະຊຸມໄດ້ປຶກສາຫາລື, ປະກອບຄຳເຫັນຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຄວາມເປັນເອກະພາບຢ່າງສູງສຳລັບບັນດາເນື້ອໃນຈຸດສຸມທີ່ມີຄວາມໝາຍຍຸດທະສາດ, ການກຳນົດທິດຍາວນານ, ຮັບໃຊ້ໂດຍກົງເຂົ້າໃນການກະກຽມກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຊຸກຍູ້ວິວັດການສືບຕໍ່ປ່ຽນແປງໃໝ່, ພັດທະນາປະເທດຊາດແບບຍືນຍົງໃນໄລຍະໃໝ່.

ບາດກ້າວສຳຄັນໃນວິວັດການກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

        ຈຸດເນັ້ນໜັກອັນສຳຄັນຂອງກອງປະຊຸມສູນກາງພັກຄັ້ງທີ 12 ເຊິ່ງຫາງສຽງມີການຕີລາຄາສູງນັ້ນແມ່ນເລື່ອງ ສູນກາງຕົກລົງໂຮມເນື້ອໃນເອກະສານ 3 ສະບັບເຂົ້າກັນ, ລວມມີ: ບົດລາຍງານການເມືອງ, ບົດລາຍການສະພາບເສດຖະກິດ - ສັງຄົມ ແລະ ບົດລາຍງານສະຫຼຸບວຽກງານກໍ່ສ້າງພັກ ເຂົ້າເປັນ ບົດລາຍງານການເມືອງທີ່ລຸ່ລວງ, ຄົບຊຸດ ແລະ ເປັນເອກະພາບ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ນີ້ແມ່ນບາດກ້າວປ່ຽນແປງໃໝ່ທີ່ມີຄວາມໝາຍທາງດ້ານແບບວິທີ ແລະ ເນື້ອໃນ, ຊ່ວຍຍົກສູງປະສິດທິຜົນການຊີ້ນຳນຳພາ, ພ້ອມທັງສ້າງເງື່ອນໄຂສະດວກໃນວິວັດການປຶກສາຫາລື, ປະກອບຄຳເຫັນໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

        ບົດລາຍງານການເມືອງໃໝ່ ຕ້ອງໄດ້ສ້າງສຳເລັດຕາມທິດຮັບປະກັນລັກສະນະສືບທອດ ແລະ ປ່ຽນແປງໃໝ່, ສ່ອງແສງສະພາບການຕົວຈິງຂອງການພັດທະນາປະເທດຊາດຢ່າງຖືກຕ້ອງ, ໂດຍສະເພາະແມ່ນບັນດາຜົນງານບຸກທະລຸກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ… ດ້ວຍທັດສະນະ ຫວຽດນາມ ບັນລຸໄດ້ກຳລັງຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຄືໃນວັນນີ້ ກໍຍ້ອນມີການລວບລວມເອົາບັນດາສິ່ງທີ່ຍອດຍິ່ງຂອງພື້ນຖານອະລິຍະທຳນັບພັນປີຂອງຊາດ, ພິເສດແມ່ນໝາກຜົນຂອງ 95 ປີ ພາຍໃຕ້ການນຳພາຂອງພັກຄອມມູນິດ ຫວຽດນາມ, 80 ປີ ແຫ່ງປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, 40 ປີແຫ່ງການປ່ຽນແປງໃໝ່ ແລະ ການປະກອບສ່ວນ, ການເສຍສະຫຼະຢ່າງໃຫຍ່ຫຼວງຂອງສະມາຊິກພັກລຸ້ນຕ່າງໆ, ຂອງປະຊາຊົນທຸກຊັ້ນວັນນະ. ບົດລາຍງານກໍຕ້ອງກຳນົດຢ່າງຈະແຈ້ງເຖິງບັນດາເປົ້າໝາຍຂອງອາຍຸການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ແລະ ວິໄສທັດຮອດປີ 2045, 2050 ແລະ ໄກກວ່າອີກ, ຕິດພັນກັບ 2 ເປົ້າໝາຍ, ນັ້ນແມ່ນ: 100 ປີພາຍໃຕ້ການຊີ້ນຳນຳພາຂອງພັກ, 100 ປີແຫ່ງປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ. ພ້ອມດຽວກັນນັ້ນ, ບົດລາຍງານກໍຕ້ອງເນັ້ນໜັກເຖິງບັນດາກຳລັງໜູນພັດທະນາໃໝ່ ແລະ ຢັ້ງຢືນບົດບາດແກ່ນສານຂອງວຽກງານກໍ່ສ້າງ, ປັບປຸງພັກ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ຫຍໍ້ທໍ້… ທ່ານຮຈ.ປອ. ໂຮ່ເຕິນຊ໊າງ, ອະດີດອາຈານສອນຢູ່ສະຖາບັນການເມືອງເຂດ III,  ໃຫ້ຮູ້ວ່າ:

        “ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ມີບັນດາແນວຄວາມຄິດໃໝ່, ຈິນຕະນາການໃໝ່. ຫຼ້າສຸດແມ່ນຈິນຕະນາການສ້າງສະພາບແວດລ້ອມເພື່ອໃຫ້ທັງຊາດ, ທັງປະເທດບືນຕົວຂຶ້ນ, ຕອບສະໜອງໄດ້ບັນດາຄວາມຕ້ອງການພັດທະນາໃນສະພາບການປັດຈຸບັນ. ອາດເວົ້າໄດ້ວ່າ ນັ້ນແມ່ນຈຸດໃໝ່ໃນຈິນຕະນາການ, ຄືດັ່ງບາດກ້າວບຸກທະລຸໃນຈິນຕະນາການ.”

ກ່ຽວກັບທິດທາງວຽກງານບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ສູນກາງໃຫ້ຂໍ້ສັງເກດວ່າ ວຽກງານບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກແມ່ນເອກະສານມີຄວາມສຳຄັນເປັນພິເສດ. ວຽກງານກະກຽມບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ຕ້ອງດຳເນີນຢ່າງຄົບຊຸດ, ມີວິທະຍາສາດ, ມີແບບມີແຜນ, ແໜ້ນແຟ້ນ, ປະຊາທິປະໄຕ, ພາວະວິໄສ, ຈະແຈ້ງ; ຮັບປະກັນປະຕິບັດຖືກຕ້ອງຕາມບັນດາຂໍ້ກຳນົດຂອງພັກ, ຫຼັກການລວມສູນປະຊາທິປະໄຕ ແລະ ບັນດາຂໍ້ກຳນົດຂອງກົດໝາຍ, ຕ້ອງຖືຜົນປະໂຫຍດແຫ່ງຊາດ ຂອງຊາດເໜືອກວ່າສິ່ງໃດໝົດ; ແກ້ໄຂຢ່າງກົມກຽວ, ສອດຄ່ອງລະຫວ່າງມາດຕະຖານ ແລະ ໂຄງປະກອບ; ລະຫວ່າງລັກສະນະສືບທອດ, ສະຖຽນລະພາບ ແລະ ການປ່ຽນແປງໃໝ່; ພັດທະນາ; ລະຫວ່າງລັກສະນະທົ່ວໄປ ແລະ ລັກສະນະເອກະລັກສະເພາະ; ລະຫວ່າງວິຊາການບໍາລຸງສ້າງ ແລະ ທ່າແຮງ, ກຳລັງຄວາມສາມາດໃນຕົວຈິງ. ທ່ານນາງ ເຈິ່ນທິຈິງ, ເລຂາໜ່ວຍພັກຄຸ້ມຊຸມຊົນເລກທີ 6, ຕາແສງ ຫວິງຕຸຍ, ນະຄອນ ຮ່າໂນ້ຍ, ເຊື່ອໝັ້ນວ່າ:

        “ມາດຕະຖານ, ເງື່ອນໄຂ ເຊິ່ງສູນກາງໄດ້ຍົກອອກມາກ່ຽວກັບວຽກງານບຸກຄະລາກອນນັ້ນ, ຂ້າພະເຈົ້າເຫັນວ່າ ມີຄວາມເພິ່ງພໍໃຈທີ່ສຸດ. ໂດຍສະເພາະແມ່ນການໂຮມບັນດາແຂວງ, ອົງການເຂົ້າກັນ, ໃນເຂດພື້ນທີ່ໃໝ່ປັດຈຸບັນ, ຕ້ອງການມີບຸກຄະລາກອນສູນກາງທີ່ມີຈັນຍາບັນ, ມີຈິນຕະນາການປ່ຽນແປງໃໝ່, ການກະທຳທີ່ຂ້ຽວຊາດ ເພື່ອສ່ວນລວມ, ເພື່ອປະຊາຊົນ. ໃນບັນດາມາດຕະຖານກ່ຽວກັບບຸກຄະລາກອນ ທີ່ໄດ້ຍົກອອກມາໃນກອງປະຊຸມສູນກາງພັກຄັ້ງທີ 12 ນັ້ນ, ເຮັດໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພັກຈະເລືອກເຟັ້ນບັນດາບຸກຄະລາກອນທີ່ມີນ້ຳໃຈ, ມີວິໄສທັດ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດໃນສັງກາດໃໝ່”.

ຕອບສະໜອງຄວາມລໍຄອຍຂອງປະຊາຊົນ.

        ມີຫຼາຍເນື້ອໃນໃນກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII, ເປັນຕົ້ນແມ່ນ ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ; ແກ້ໄຂການຊ້ຳຊ້ອນໃນການວາງແຜນຜັງ ຮັບປະກັນແຫຼ່ງກຳລັງ ແລະ ເພີ່ມທະວີການລົງທຶນດ້ານການສຶກສາ, ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ. ກ່ຽວຂ້ອງເຖິງບັນຫາຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ທ່ານນາງ ຮສ.ປອ ບຸ່ຍທິອານ, ຫົວໜ້າສະຖາບັນຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ພັດທະນາຊຸມຊົນ “ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ), ແບ່ງປັນວ່າ:

        “ພວກເຮົາໄດ້ວາງອອກມາແຕ່ດົນແລ້ວ ແຕ່ປະຕິບັດຍັງບໍ່ທັນໄດ້ເທື່ອ, ດຽວນີ້ ມີກົດໝາຍວ່າດ້ວຍທີ່ດິນແລ້ວ, ເຮັດແນວໃດເພື່ອປະຕິບັດໃຫ້ຖືກຕ້ອງ. ທີສອງແມ່ນ, ຕາມການຊີ້ນຳຂອງທ່ານເລຂາທິການໃຫຍ່, ພະນັກງານລັດຖະກອນຕ້ອງໃກ້ຊິດຕິດແທດກັບປະຊາຊົນ, ເພື່ອປະຊາຊົນ, ໝາຍຄວາມວ່າ ພະນັກງານຕາແສງຕ້ອງກຳໃຫ້ໄດ້ວ່າ ຂໍ້ຕິດຂັດທີ່ປະຊາຊົນພວມປະສົບແມ່ນຫຍັງ. ຄັ້ງນີ້, ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ຊີ້ນຳປະຕິບັດຢ່າງເປີດເຜີຍ, ຈະແຈ້ງ. ຂ້້າພະເຈົ້າເຫັນວ່າ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ. ປະຊາຊົນເຂົ້າໃຈໄດ້ເຖິງສິດ ແລະ ພັນທະຂອງຕົນແມ່ນຫຍັງ, ຈາກນັ້ນ ຈຶ່ງຕິດຕາມໄດ້”.

        ຫວຽດນາມ ພວມກ້າວເຂົ້າສູ່ໄລຍະປະຕິຮູບຢ່າງເລິກເຊິ່ງກວ້າງຂວາງ, ສ້າງຂີດໝາຍໃຫ້ແກ່ສັງກາດໃໝ່ ດ້ວຍເປົ້າໝາຍພັດທະນາຢ່າງແຂງແຮງ ແລະ ວັດທະນາຖາວອນ. ນີ້ແມ່ນຈຸດເວລາທີ່ສະດວກເພື່ອຍາດແຍ່ງກາລະໂອກາດ ແລະ ການກະທຳ, ເພື່ອນຳປະເທດຊາດກ້າວໄປໄກກວ່າ ບົນເສັ້ນທາງພັດທະນາ. ດັ່ງນັ້ນ, ບັນດາເນື້ອໃນທີ່ມີຄວາມໝາຍຍຸດທະສາດ, ການກຳນົດທິດຍາວນານ, ໂດຍກົງ ໃນກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ປະເທດຊາດກ້າວເດີນຢ່າງໝັ້ນຄົງໃນສັງກາດໃໝ່./.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາໃນເມື່ອກ່ອນ ແລະ ຫວຽດນາມ ໃນປັດຈຸບັນ.

Top