• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ: ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ເພີ່ມ​ເຕີມ​ໃຫ​້​ບັນ​ດາ​ປະ​ເທດ​ທຸກ​ຍາກ

ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາ “ຖະແຫຼງການ Rome” ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ “ອະນຸຍາດດ້ວຍຄວາມສະໝັກໃຈ” ກ່ຽວຂ້ອງເຖິງໃບຢັ້ງຢືນປະດິດແຕ່ງວັກຊິນ ແລະ ການຖ່າຍທອດເຕັກໂນໂລຢີ ເພື່ອແນໃສ່ຊຸກຍູ້ການຜະລິດວັກຊິນ.
(ພາບປະກອບ: TTXVN)

ຕອນຄ່ຳວັນທີ 21 ພຶດສະພາ (ຕາມເວລາທ້ອງຖິ່ນ), ກອງປະຊຸມສຸດຍອດສາທາລະນະສຸກທົ່ວໂລກ ໂດຍ ຄະນະກຳມະການເອີຣົບ ແລະ ອີຕາລີ ເປັນປະທານ ຖືກຈັດຂຶ້ນຕາມຮູບການທາງອອນລາຍ ແລະ ອັດລົງດ້ວຍເລື່ອງ ການນຳບັນດາປະເທດຮັ່ງມີ ແລະ ຜູ້ຕາງໜ້າບັນດາບໍລິສັດການຢາ ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມຫຼາຍກວ່າອີກ ເພື່ອແນ່ໃສ່ໜູນຊ່ວຍແກ່ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນທົ່ວໂລກ, ລະອຽດແມ່ນສະໜອງວັກຊິນເພີ່ມເຕີມໃຫ້ແກ່ບັນດາປະເທດທີ່ທຸກຍາກກວ່າ.

        ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາ “ຖະແຫຼງການ Rome” ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ “ອະນຸຍາດດ້ວຍຄວາມສະໝັກໃຈ” ກ່ຽວຂ້ອງເຖິງໃບຢັ້ງຢືນປະດິດແຕ່ງວັກຊິນ ແລະ ການຖ່າຍທອດເຕັກໂນໂລຢີ ເພື່ອແນໃສ່ຊຸກຍູ້ການຜະລິດວັກຊິນ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາບໍລິສັດການຢາ Pfizer, Moderna  ແລະ  Johnson & Johnson ໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນປະມານ 3,5 ລ້ານໂດສ ດ້ວຍລາຄາຕົ້ນທຶນ ຫຼື ມີສ່ວນຫຼຸດໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ລາຍຮັບປານກາງ ໃນປີນີ້ ແລະ ປີໜ້າ. ອີຢູ ໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍວັກຊິນປະມານ 100 ລ້ານ ໂດສ ໃຫ້ແກ່ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ປານກາງ, ພ້ອມທັງດຳເນີນການລົງທຶນ 1,2 ຕື້ USD ເພື່ອສ້າງສູນຜະລິດວັກຊິນ ຢູ່ ອາຟະລິກາ. ສ່ວນກອງທຶນເງິນຕາສາກົນ ກໍສະເໜີແຜນການມີມູນຄ່າ 50 ຕື້ USD ເພື່ອແນໃສ່ຍູ້ໂລກລະບາດຖອຍໄປ ດ້ວຍວິທີສຸມໃສ່ການພັດທະນາວັກຊິນຢ່າງແຮງ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top