ຂ່າວສານ
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະໄຂຂຶ້ນໃນຕອນເຊົ້າວັນທີ 20 ຕຸລາ
ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທີ່ດຳເນີນໃນຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເລກວາງແມ້ງ, ຮອງປະທານຄະນະປະຈຳ ຫ້ອງວ່າການສະພາແຫ່ງຊາດ.
ທ່ານ ເລກວາງແມ້ງ ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ມີຄວາມໝາຍສຳຄັນ. ສະພາແຫ່ງຊາດຫາກໍດຳເນີນບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນ; ພ້ອມທັງ, ປະຕິບັດວຽກງານສະຫຼຸບອາຍຸການຊຸດທີ XV. ນີ້ແມ່ນກອງປະຊຸມທີ່ມີຫຼາຍເນື້ອໃນສຳຄັນ. ໃນນັ້ນ, ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນ 66 ເນື້ອໃນ, ກຸ່ມເນື້ອໃນ, ລວມມີ: ຮ່າງກົດໝາຍ 49 ສະບັບ, ມະຕິ 4 ສະບັບ ນອນໃນວຽກງານນິຕິບັນຍັດ; 13 ເນື້ອໃນກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ.