• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ Shangri-la: ແຫຼ່ງ​ບັນ​ດານ​ໃຈ​ຈາກວິ​ທີ​ສຳ​ຜັດ​ທີ່​ເປັນ​ເອ​ກະ​ລັກ​ຂອງ ຫວຽດ​ນາມ

ເມື່ອ​ຕີ​ລາ​ຄາ​ສູງ​ບົດ​ກ່າວ​ຄຳ​ເຫັນ​ນຳ​ສະ​ເໜີ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ Kao Kim Hourn ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບົດ​ກ່າວ​ຄຳ​ເຫັນ​ໄດ້​ສົ່ງ​ສານ​​ການ​ເມືອງ​ທີ່​ຈະ​ແຈ້ງ​ທີ່​ສຸດ ໂດ​ຍ​ຖື​ວ່າ ບັນ​ດາ​ປະ​ເທດ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ວິ​ກິດ​ການ​ໃນ​ປັດ​ຈຸ​ບັນ.
  ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ Shangri-la ຄັ້ງ​ທີ 23 (ພາບ: TTXVN)  

ລັກ​ສະ​ນະ​ຢຶດ​ໝັ້ນ ແລະ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ, ກໍ​ຄືເລື່ອງ ຫວຽດ​ນາມ ຫັນ​ວິ​ໄສ​ທັດ​ສຳ​ລັບ​ບັນ​ດາ​ບັນ​ຫາ​ພາ​ກ​ພື້ນ ແລະ ສາ​ກົນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ພວມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູ​ງ​ຈາກ​ປະ​ຊາ​ຄົມ​ສາ​ກົນ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ແຫຼ່ງ​ປຽບ​ທຽບ​ທີ່​ໜ້າ​ສົນ​ໃຈ​ໃນ​ການ​ສຳ​ຜັດ, ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ. ນີ້​ແມ່ນ​ການ​ຕີ​ລາ​ຄາ​ຂອງ​ທ່ານ ສາດ​ສະ​ດາ​ຈານ ຫວູ​ມິງ​ເຄືອງ ຂຶ້ນ​ກັບ​ໂຮງ​ຮຽນ ນະ​ໂຍ​ບາຍ​ສາ​ທ​າ​ລະ​ນະ ຫຼີກວນ​ຢູ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ສິງ​ກະ​ໂປ) ແລະ ທ່ານ ປອ. Mohamed Effendy B Abdul Hamid, ອາ​ຈານ​ອາ​ວຸ​ໂສ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດ ສິງ​ກະ​ໂປ, ພາຍຫຼັງ​ບົດ​ກ່າວ​ຄຳ​ເຫັນ​ນຳ​ສະ​ເໜີ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃນ​ກອງ​ປະ​ຊຸມ Shangri-la ຄັ້ງ​ທີ 23, ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ພຶດ​ສະ​ພາ.

ເມື່ອ​ຕີ​ລາ​ຄາ​ສູງ​ບົດ​ກ່າວ​ຄຳ​ເຫັນ​ນຳ​ສະ​ເໜີ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ Kao Kim Hourn ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບົດ​ກ່າວ​ຄຳ​ເຫັນ​ໄດ້​ສົ່ງ​ສານ​​ການ​ເມືອງ​ທີ່​ຈະ​ແຈ້ງ​ທີ່​ສຸດ ໂດ​ຍ​ຖື​ວ່າ ບັນ​ດາ​ປະ​ເທດ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ວິ​ກິດ​ການ​ໃນ​ປັດ​ຈຸ​ບັນ. ໃນ​ນັ້ນ, ຈຸດ​ສຸມ​ແມ່ນ​ການ​ແກ້​ໄຂວິ​ກິດ​ການ​ກ່ຽວ​ກັບ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສາ​ກົນ, ພ້ອມ​ທັງ​ຊຸກ​ຍູ້​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ທົ່ວ​ໂລກ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top