• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸ​ມຄະນະ​ຊີ​້ນໍາ​ແຫ່ງ​ຊາດ​ກ່ຽວກັບ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກ​ລະບາດ​ Covid - 19

ຢາທີ່ຮັບໃຊ້ໃຫ້ແກ່ການປິ່ນປົວ Covid – 19 ດີທີ່ສຸດແມ່ນຢາ Chloroquin, ເຊິ່ງປັດຈຸບັນ ກະຊວງສາທາລະນະສຸກພວມມີຢູ່ 4 ລ້ານເມັດ, ພໍປິ່ນປົວໃຫ້ແກ່ 190.000 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ 

ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19, ກອງປະຊຸມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19 ໄດ້ເຫັນດີເປັນເອກະພາບຈັດຕັ້ງ 2 ກໍາລັງຫຼັກແຫຼ່ງເພື່ອສະກັດກັ້ນໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:

        “ກໍາລັງທີ 1 ແມ່ນກອງທັບ ແລະ ຂະແໜງການບິນ ຮັບຜິດຊອບການປະຕິບັດວຽກງານຈັດຕັ້ງການຄັດແຍກຢູ່ດ່ານຊາຍແດນສາກົນຢ່າງຂ້ຽວຂາດ. ກໍາລັງທີ 2 ແມ່ນຕໍາຫຼວດ, ອໍານາດການປົກຄອງ, ໝູ່ຄະນະຢູ່ທ້ອງຖິ່ນ ແລະ ຂະແໜງສາທາລະນະສຸກ ຮັບຜິດຊອບວຽກງານສະກັດກັ້ນການຕິດແປດໃນວົງຄະນະຍາດ”.

        ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ ພາຍໃນ 3 ວັນ ຈະກວດວິໄຈບັນດາຕົວຢ່າງຂອງຜູ້ໂດຍສານທີ່ເຂົ້າເມືອງຜ່ານສະໜາມບິນທັງໝົດ ແລະ ໄດ້ກຽມພ້ອມເອົາຕົວຢ່າງຂອງຜູ້ໂດຍສານທີ່ເຂົ້າເມືອງຜ່ານດ່ານຊາຍແດນທາງບົກ. ສ່ວນຕາມທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈື່ອງກວັກເກື່ອງ ແລ້ວ, ຢາທີ່ຮັບໃຊ້ໃຫ້ແກ່ການປິ່ນປົວ Covid – 19 ດີທີ່ສຸດແມ່ນຢາ Chloroquin, ເຊິ່ງປັດຈຸບັນ ກະຊວງສາທາລະນະສຸກພວມມີຢູ່ 4 ລ້ານເມັດ, ພໍປິ່ນປົວໃຫ້ແກ່ 190.000 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.

 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top